ຂ່າວເດັ່ນ

ສົ່ງ​ເສີມ​ເປີດກວ້າງ​ຮູບ​ແບບ​ຂອງ​ສູນ​ພັດ​ທະ​ນາ​ເຕັກ​ໂນ​ໂລຢີ ແລະ ປະ​ດິດ​ສ້າງ ຫວຽດ​ນາມ

ສົ່ງ​ເສີມ​ເປີດກວ້າງ​ຮູບ​ແບບ​ຂອງ​ສູນ​ພັດ​ທະ​ນາ​ເຕັກ​ໂນ​ໂລຢີ ແລະ ປະ​ດິດ​ສ້າງ ຫວຽດ​ນາມ

(VOVWORLD) - ທ່ານ ຫງວຽນຈີຢຸງ ຕີລາຄາສູງບັນດາການປະກອບສ່ວນຂອງສູນໃນການພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນກັບຂົງເຂດເຕັກໂນໂລຢີ ແລະ ລະບົບນິເວດນະວັດຕະກຳ ແລະ ຫັນເປັນດີຈີຕອນຢູ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: VGP)

ວັນທີ 5 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ໃຫ້ການຕ້ອນຮັບການນຳສູນພັດທະນາເຕັກໂນໂລຢີ ແລະ ປະດິດສ້າງ ຫວຽດນາມ ຂຶ້ນກັບທະນາຄານ ແຫ່ງຊາດ ອົດສະຕາລີ (NAB Innovation Centre Vietnam).

ທ່ານ ຫງວຽນຈີຢຸງ ຕີລາຄາສູງບັນດາການປະກອບສ່ວນຂອງສູນໃນການພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນກັບຂົງເຂດເຕັກໂນໂລຢີ ແລະ ລະບົບນິເວດນະວັດຕະກຳ ແລະ ຫັນເປັນດີຈີຕອນຢູ່ ຫວຽດນາມ. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາທະນາຄານ NAB ແລະ ສູນກຳນົດຫວຽດນາມແມ່ນຄູ່ຮ່ວມມືຍຸດທະສາດ. ທ່ານ ສະເໜີ ທະນາຄານ ຄົ້ນຄ້ວາໂອກາດເຂົ້າຮ່ວມການພັດທະນາ ສູນການເງິນສາກົນຂອງ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ແລະ ນະຄອນດ່ານັ້ງ; ສູນ NAB Innovation Centre Vietnam ເປີດກວ້າງເຄືອຂ່າຍບັນດາຫ້ອງການຕາງໜ້າຂອງສູນຢູ່ບັນດານະຄອນ, ສູນ Startup ໃຫຍ່ອື່ນໆ.

ທີ່ການຕ້ອນຮັບ, ບັນດາຜູ້ຕາງໜ້າຂອງ NAB Innovation Centre Vietnam ໄດ້ສະເໜີບັນດາມາດຕະການເພື່ອໃຫ້ NAB ເຂົ້າຮ່ວມບັນດາເວທີປາໄສ, ການເຄື່ອນໄຫວພັດທະນາເຕັກໂນໂລຢີ, ນະວັດຕະກຳຂອງ ລັດຖະບານ ຫວຽດນາມຢ່າງຕັ້ງໜ້າກວ່າ.

This site is protected by reCAPTCHA and the Google Privacy Policy and Terms of Service apply.