ຂ່າວເດັ່ນ

ສປປ.ເກົາຫຼີ ປະສົບຜົນສຳເລັດໃນການທົດລອງຍິງລູກສອນໄຟປ້ອງກັນອາກາດໃໝ່

ສປປ.ເກົາຫຼີ ປະສົບຜົນສຳເລັດໃນການທົດລອງຍິງລູກສອນໄຟປ້ອງກັນອາກາດໃໝ່

(VOVWORLD) - ຕາມ KCNA ແລ້ວ, ການລົດທອງຈັດຂຶ້ນໃນວັນທີ 23 ສິງຫາ, ໂດຍອົງການຄຸ້ມຄອງລູກສອນໄຟ ສປປ.ເກົາຫຼີ ປະຕິບັດ.

ສປປ.ເກົາຫຼີ ຫາກໍ່ດຳເນີນການທົດລອງລູກສອນໄຟປ້ອງກັນອາກາດທີ່ດັດແກ້ໃໝ່ 2 ຊະນິດພາຍໃຕ້ການຕິດຕາມໂດຍກົງຂອງການນຳ Kim Jong Un. ແຫຼ່ງຂ່າວໂດຍສຳນັກຂ່າວສານສູນກາງ ສປປ.ເກົາຫີຼ (KCNA) ໄດ້ປະກາດໃນວັນທີ 24 ສິງຫາ.

ຕາມ KCNA ແລ້ວ, ການລົດທອງຈັດຂຶ້ນໃນວັນທີ 23 ສິງຫາ, ໂດຍອົງການຄຸ້ມຄອງລູກສອນໄຟ ສປປ.ເກົາຫຼີ ປະຕິບັດ. ບັນດາລູກສອນໄຟໄດ້ຍິງແນໃສ່ຫຼາຍເປົ້າໝາຍທີ່ແຕກຕ່າງກັນ. KCNA ເນັ້ນໜັກວ່າ, ການທົດລອງໄດ້ພິສູດໃຫ້ເຫັນຄວາມອາດສາມາດຕໍ່ສູ້ກະໂດດຂັ້ນຂອງບັນດາລູກສອນໄຟໃນການຮັບມືຢ່າງວ່ອງໄວຕໍ່ຄວາມສ່ຽງນາບຂູ່ທາງອາກາດຄື ເຮືອບິນບໍ່ມີຄົນຂັບ ແລະ ລູກສອນໄຟຕິດປີກ. ບັນດາລູກສອນໄຟດັ່ງກ່າວໄດ້ຮັບການພັດທະນາອີງຕາມເຕັກໂນໂລຊີທີ່ເປັນເອກະລັກສະເພາະ ແລະ ພິເສດຂອງ ສປປ.ເກົາຫຼີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.