ຂ່າວເດັ່ນ

STEAMese Festival 2025 ປະກອບສ່ວນແຜ່ກະຈ່າຍປັນຍາປະດິດສູ່ປະຊາຄົມ

STEAMese Festival 2025 ປະກອບສ່ວນແຜ່ກະຈ່າຍປັນຍາປະດິດສູ່ປະຊາຄົມ

(VOVWORLD) - ບັນດາຜູ້ແທນ ແລະ ແຂກຖືກເຊີນໄດ້ແບ່ງປັນຮູບພາບລວມ ແລະ ບັນດາຂໍ້ລິເລີມຕົວຈິງເພື່ອຊຸກຍູ້ການຫັນເປັນດີຈີຕອນ, ຍົກສູງກຳລັງຄວາມສາມາດດ້ານດີຈີຕອນ

(ງານວາງສະແດງໃນຂອບເຂດ  STEAMese Festival 2025)

        ວັນທີ 19 ຕຸລາ, STEAMese Festival 2025 - ງານບຸນ STEAM ປະຈຳປີແຖວໜ້າຢູ່ ຫວຽດນາມ ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ. ດ້ວຍຫົວຂໍ້ “AI for All”, ເຫດການໄດ້ມີການເຄື່ອນໄຫວປະພຶດ, ກອງປະຊຸມສຳມະນາ ແລະ ການແຂ່ງຂັນຫຼາຍລາຍການມຸ່ງໄປເຖິງເປົ້າໝາຍນຳພູມປັນຍາປະດິດ (AI) ກາຍເປັນກຳລັງພື້ນຖານຂອງຍຸກສະໄໝໃໝ່.

        ບັນດາຜູ້ແທນ ແລະ ແຂກຖືກເຊີນໄດ້ແບ່ງປັນຮູບພາບລວມ ແລະ ບັນດາຂໍ້ລິເລີມຕົວຈິງເພື່ອຊຸກຍູ້ການຫັນເປັນດີຈີຕອນ, ຍົກສູງກຳລັງຄວາມສາມາດດ້ານດີຈີຕອນ, ກຳລັງຄວາມສາມາດ AI ໃນທົ່ວປະເທດ ແລະ ເສີມຂະຫຍາຍກຳລັງແຮງຂອງ AI ເພື່ອການພັດທະນາລວມ. ໜຶ່ງໃນບັນດາຈຸດສຸມອື່ນໃນຂອບເຂດ AI Summit ແມ່ນການແຂ່ງຂັນໝູນໃຊ້ AI ເຂົ້າໃນການສອນ ການຮຽນ, ເພື່ອແນໃສ່ເຊີດຊູບັນດາຂໍ້ລິເລີ່ມ, ຮູບແບບນຳໃຊ້ AI ຂອງຄູອາຈານ, ນັກຮຽນ ແລະ ໂຮງຮຽນ, ພ້ອມກັນນັ້ນ ກໍ່ນຳສະເໜີບັນດາມາດຕະການແກ້ໄຂຕົວຈິງເພື່ອສາມາດຜັນຂະຫຍາຍໃນຫ້ອງຮຽນໄດ້ໂດຍກົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.