ຂ່າວເດັ່ນ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືມີລະດັບສຳຄັນຍຸດທະສາດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper (ພາບ: VGP)

ຕອນຄ່ຳວັນທີ 13 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper ເພື່ອແລກປ່ຽນກ່ຽວກັບບັນດາຂົງເຂດບຸລິມະສິດຊຸກຍູ້ໃນການຮ່ວມມືສອງຝ່າຍເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອາເມລິກາ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືມີລະດັບສຳຄັນຍຸດທະສາດ, ທ່ານເນັ້ນໜັກເຖິງສານລຸ້ລ່ວງຂອງທ່ານເລຂາທິການໃຫຍ່ໂຕເລິມ ແລະ ການນຳຂັ້ນສູງ ຫວຽດນາມ ຖືເປັນສຳຄັນພິເສດ ແລະ ປາດຖະໜາຢາກຮ່ວມມືກັບ ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ, ຮັກສາທ່ວງທ່າພັດທະນາເປັນປົກກະຕິ, ນັບມື້ນັບແທ້ຈິງ, ເຂົ້າສູ່ລວງເລິກ.  ຕາມທ່ານນາຍົກລັດຖະມົນຕີແລ້ວ, ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ນຳການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນແມ່ນຈຸດພົ້ນເດັ່ນ ແລະ ເປັນກຳລັງໜູນຂອງການພົວພັນສອງຝ່າຍ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາ ວິສາຫະກິດ, ນັກລົງທຶນອາເມລິກາ ເຄື່ອນໄຫວຢູ່ ຫວຽດນາມ;ທ່ານຢັ້ງຢືນ ຫວຽດນາມປາດຖະໜາຢາກ ສ້າງການພົວພັນຮ່ວມມືເສດຖະກິດ - ການຄ້າ - ການລົງທຶນຢ່າງສົມດູນ, ມີສະຖຽນລະພາບ, ກົມກຽວ ແລະ ຍືນຍົງກັບ ອາເມລິກາ.

ສ່ວນທ່ານເອກອັກຄະລັດຖະທູດ  Marc E. Knapper ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງກ່ວາອີກ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ອາເມລິກາ ໃຫ້ບຸລິມະສິດພັດທະນາການພົວພັນ ກັບ ຫວຽດນາມ ບົນພື້ນຖານຫຼັກການເຄົາລົບລະບອບການເມືອງ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນອິນອັນຄົບຖ້ວນຂອງ ຫວຽດນາມ, ສະໜັບສະໜູນ ຫວຽດນາມທີ່ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ, ທ່ານປາດຖະໜາຢາກເປີດກວ້າງການຮ່ວມມືໃນທຸກຂົງເຂດກັບ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.