ຂ່າວເດັ່ນ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ນິວ​ຊີ​ແລນ ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງກວ່າ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ນິວ​ຊີ​ແລນ ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງກວ່າ

(VOVWORLD) - ການຢ້ຽມຢາມ ຫວຽດນາມຂອງທ່ານ Gerry Brownlee ປະທານສະພາແຫ່ງຊາດ ນິວຊີແລນ ຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ນິວຊີແລນ ພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າ.

ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ຕ້ອນຮັບທ່ານ Gerry Brownlee ປະທານສະພາແຫ່ງຊາດ ນິວຊີແລນ

ການຢ້ຽມຢາມ ຫວຽດນາມຂອງທ່ານ Gerry Brownlee ປະທານສະພາແຫ່ງຊາດ ນິວຊີແລນ ຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ນິວຊີແລນ ພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໃນການຕ້ອນຮັບທ່ານ Gerry Brownlee ປະທານສະພາແຫ່ງຊາດ ນິວຊີແລນ  ໃນຕອນບ່າຍວັນທີ 29 ສິງຫາ ຢູ່ຮ່າໂນ້ຍ, ເຊິ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 27 ສິງຫາ ຫາວັນທີ 31 ສິງຫາ 2025.

        ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ ການຍົກລະດັບການພົວພັນ ຫວຽດນາມ - ນິວຊີແລນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເມື່ອເດືອນ ກຸມພາ 2025 ໄດ້ເປີດໄລຍະຮ່ວມມືໃໝ່, ນຳການພົວພັນລະຫວ່າງສອງປະເທດພັດທະນາຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງກວ່າ, ທັງຢູ່ໃນແງ່ມູມສອງຝ່າຍ ແລະ ຫຼາຍຝ່າຍ.

        ສ່ວນທ່ານປະທານສະພາແຫ່ງຊາດ ນິວຊີແລນ ໄດ້ຕີລາຄາວ່າ ຫວຽດນາມ ພວມມີທີ່ຕັ້ງບົດບາດນັບມື້ນັບສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ, ທ່ານປາດຖະໜາວ່າ ຈະເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.

        ການນຳສອງທ່ານເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຮ່ວມມືກັນຢ່າງເລິກເຊິ່ງກວ່າອີກໃນບັນດາຂົງເຂດການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ສອງຝ່າຍກໍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນ ສປຊ.

ຫວຽດເກື່ອງ


This site is protected by reCAPTCHA and the Google Privacy Policy and Terms of Service apply.