ຂ່າວເດັ່ນ

ຊຸກ​ຍູ້​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດນາມ - ລ​າວ

ຊຸກ​ຍູ້​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດນາມ - ລ​າວ

(VOVWORLD) - ຕອນບ່າຍວັນທີ 24 ເມສາ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມເດີນທາງອອກຈາກຮ່າໂນ້ຍ ໄປຢ້ຽມຢາມທາງລັດຖະກິດຢູ່ລາວ ໃນລະຫວ່າງວັນທີ 24 – 25 ເມສາ 2025.

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: TTXVN)

ໂດຍຕອບສະໜອງຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ, ຕອນບ່າຍວັນທີ 24 ເມສາ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມເດີນທາງອອກຈາກຮ່າໂນ້ຍ ໄປຢ້ຽມຢາມທາງລັດຖະກິດຢູ່ລາວ ໃນລະຫວ່າງວັນທີ 24 – 25 ເມສາ 2025. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ລາວຄັ້ງທຳອິດຂອງທ່ານປະທານປະເທດ ເລືອງເກື່ອງ, ເຊິ່ງສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງຂອງ ຫວຽດນາມ ຕໍ່ລາວ ແລະ ຄວາມຕັດສິນໃຈຂອງການນຳສອງປະເທດໃນການຊຸກຍູ້ການພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນແມັ້ງເກືອງ ໃຫ້ຮູ້ວ່າ:

ການພົວພັນ ຫວຽດນາມ ລາວແມ່ນການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ. ໃນໄລຍະຜ່ານມາ, ເຖິງຢ່າງສະພາບການໂລກ, ພາກພື້ນມີການຜັນແປທີ່ສັບສົນ, ແຕ່ຍາມໃດການນຳສອງພັກ, ສອງລັດ ກໍ່ມີຄວາມເອົາໃຈໃສ່ຊຸກຍູ້ ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ບັນລຸໄດ້ໝາກຜົນຢ່າງຈະແຈ້ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.