ຂ່າວເດັ່ນ

ຊຸກ​ຍູ້​ການ​ພົວ​ພັນຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ IPU ໃຫ້ຫຼາຍ​ກວ່າ​ອີກ

ຊຸກ​ຍູ້​ການ​ພົວ​ພັນຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ IPU ໃຫ້ຫຼາຍ​ກວ່າ​ອີກ

(VOVWORLD) - ທ່ານ ເລຂາທິການໃຫຍ່ Martin Chungong ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍສະພາແຫ່ງຊາດ ຫວຽດນາມ ສ້າງຄວາມສາມາດດ້ານການທທູດລັດຖະສະພາຫຼາຍຝ່າຍ, ໝູນໃຊ້ວິທະຍາສາດ - ເຕັກໂຮໂລຢີ ໃນວຽກງານ, ກໍ່ຄືສືບຕໍ່ມີບົດບາດ, ປະກອບສ່ວນນັບມື້ນັບຕັ້ງໜ້າກວ່າອີກຢູ່ IPU.

ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ  ແລະ ທ່ານ Martin Chungong ເລຂາທິການໃຫຍ່ສະຫະພັນລັດຖະສະພາ ໂລກ  (IPU) (ພາບ: VOV)

ຕອນບ່າຍວັນທີ 29 ທັນວາ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Martin Chungong ເລຂາທິການໃຫຍ່ສະຫະພັນລັດຖະສະພາ ໂລກ  (IPU), ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ ກຳນົດການເຂ້າຮ່ວມບັນດາການເຄື່ອນໄຫວຂອງ IPU ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງການທູດລັດຖະສະພາຫຼາຍຝ່າຍ, ທ່ານປາດຖະໜາຢາກ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນ ແລະ ການຮ່ວມເດີນທາງ ຂອງທ່ານເລຂາທິການໃຫຍ່ IPU ເພື່ອແນໃສ່ສືບຕໍ່ເພີ່ມທະວີ ສາຍພົວພັນຮ່ວມມືທີ່ມີປະສິດທິຜົນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ IPU ແລະ ສະພາແຫ່ງຊາດ ຫວຽດນາມກວ່າອີກ. ຜ່ານນັ້ນປະກອບສ່ວນຢ່າງແທ້ຈິງເຂົ້າບັນດາເປົ້າໝາຍລວມ.

ສ່ວນທ່ານ ເລຂາທິການໃຫຍ່ Martin Chungong ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍສະພາແຫ່ງຊາດ ຫວຽດນາມ ສ້າງຄວາມສາມາດດ້ານການທູດລັດຖະສະພາຫຼາຍຝ່າຍ, ໝູນໃຊ້ວິທະຍາສາດ - ເຕັກໂຮໂລຢີ ໃນວຽກງານ, ກໍ່ຄືສືບຕໍ່ມີບົດບາດ, ປະກອບສ່ວນນັບມື້ນັບຕັ້ງໜ້າກວ່າອີກຢູ່ IPU.

This site is protected by reCAPTCHA and the Google Privacy Policy and Terms of Service apply.