ຂ່າວເດັ່ນ

ຊຸກ​ຍູ້​ການ​ຮ່ວມ​ມື​ ຫວຽດ​ນາມ ກັບ ໄທ ແລະ ມາ​ເລ​ເຊຍ

ຊຸກ​ຍູ້​ການ​ຮ່ວມ​ມື​ ຫວຽດ​ນາມ ກັບ ໄທ ແລະ ມາ​ເລ​ເຊຍ

(VOVWORLD) - ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນແມ້ງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Lavilan Kanchanachari, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄທ ແລະ ທ່ານ Datuk Mohamad bin Alamin, ຮອງລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນແມ້ງເກື່ອງ  (ພາບ: phunuvietnam.vn)

ວັນທີ 30 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນແມ້ງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Lavilan Kanchanachari, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄທ ແລະ ທ່ານ Datuk Mohamad bin Alamin, ຮອງລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ ເນື່ອງໃນໂອກາດຮອງລັດຖະມົນຕີການຕ່າງປະເທດສອງທ່ານ ແລະ ຄະນະຜູ້ແທນ ໄທ, ມາເລເຊຍ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025).

    ໃນບັນດາການຕ້ອນຮັບ, ບັນດາຝ່າຍຕ່າງກໍປຶກສາຫາລືກ່ຽວກັບບາງເນື້ອໃນຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ, ໃນນັ້ນ ຫວຽດນາມ - ໄທ ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນບາງເສົາຄ້ຳຄື: ຄວາມໝັ້ນຄົງ, ເສດຖະກິດ, ການທ່ອງທ່ຽວ, ການຮ່ວມມືຂັ້ນທ້ອງຖິ່ນ ແລະ ການພົວພັນແລກປ່ຽນປະຊາຊົນ; ພິຈາລະຈາສົມທົບກັນໃນຂອບເຂດຂໍ້ລິເລີ່ມຮ່ວມມືດ້ານການທ່ອງທ່ຽວ “6 ປະເທດ, ຈຸດນັດພົບດຽວ”.

        ສຳລັບການພົວພັນ ຫວຽດນາມ - ມາເລເຊຍ, ທ່ານຮອງລັດຖະມົນຕີ Alamin ສະເໜີໃຫ້ສົມທົບກັນຊຸກຍູ້ດ້ານການຄ້າສອງຝ່າຍ; ຢັ້ງຢືນ  ມາເລເຊຍ ພ້ອມແລ້ວໃຫ້ການໜູນຊ່ວຍ ຫວຽດນາມ ພັດທະນາຂະແໜງອຸດສາຫະກຳ Halal ຈາກຂົງເຂດປຸງແຕ່ງອາຫານ Halal ກໍຄືການພັດທະນາບັນດາຂະແໜງທ່ອງທ່ຽວ, ແຟຊັນ Halal.

This site is protected by reCAPTCHA and the Google Privacy Policy and Terms of Service apply.