ຂ່າວເດັ່ນ

ຊຸກ​ຍູ້​ການ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ​ລ​ະ​ຫວ່າງ ຫວຽດ​ນາມ ແລະ ຝ​ລັ່ງ

ຊຸກ​ຍູ້​ການ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ​ລ​ະ​ຫວ່າງ ຫວຽດ​ນາມ ແລະ ຝ​ລັ່ງ

(VOVWORLD) - ໃນລະຫວ່າງວັນທີ 15 – 16 ກໍລະກົດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານຖັງ ພ້ອມດ້ວຍຄະນະປະຕິບັດງານໄດ້ປະຕິບັດການຢ້ຽມຢາມ, ເຮັດວຽກຢູ່ເຂດ Normandie - ໜຶ່ງໃນບັນດາສູນເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດຂອງ ຝລັ່ງ, ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ.

ທ່ານເອກອັກຄະລັດຖະທູດ ດິງຕວານຖັງ ແລະ ຄະນະປະຕິບັດງານຢູ່ທ່າກ່ຳປັນ Caen-Ouistreham -ຢູ່ເຂດ Normandie (ພາບ: TTXVN)

ຄະນະປະຕິບັດງານໄດ້ເຮັດວຽກກັບຫ້ອງການຄ້າ ແລະ ອຸດສາຫະກຳເຂດ Normandie (CCI Normandie), ຫ້ອງການຄ້າ ແລະ ອຸດສາຫະກຳນະຄອນ Caen, ຢ້ຽມຢາມທ່າກ່ຳປັ່ນ Caen – Ouistreham ແລະ ພົບປະເຈົ້າຄອງນະຄອນ Fleury – sur – Orne. ໃນການເຮັດວຽກ, ທ່ານເອກອັກຄະລັດຖະທູດ ດິງຕວານຖັງ ເນັ້ນໜັກວ່າ ເຂດ Normandie, ດ້ວຍທີ່ຕັ້ງເປັນເຂດມີພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ທ່າກ່ຳປັ່ນທະເລສຳຄັນ ແລະ ທ່າແຮງໃນຫຼາຍຂົງເຂດຍຸດທະສາດ, ໄດ້ກາຍເປັນຈຸດໝາຍປາຍທາງທີ່ບໍ່ອາດພາດໄດ້ໃນຍຸດທະສາດການທູດທາງດ້ານເສດຖະກິດຂອງ ຫວຽດນາມ ກັບບັນດາເຂດພາກຂອງ ຝລັ່ງ, ພິເສດ ເມື່ອສອງປະເທດຫາກໍ່ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານເອກອັກຄະລັດຖະທູດ ກໍໄດ້ເຜີຍໃຫ້ຮູ້ກ່ຽວກັບບັນດາຍຸດທະສາດພັດທະນາໃຫຍ່ຂອງ ຫວຽດນາມ ກ່ຽວກັບພື້ນຖານໂຄງລ່າງທາງຄົມມະນາຄົມ, ພະລັງງານນິວເຄຼຍ… ພ້ອມດ້ວຍຄວາມຕ້ອງການຮ່ວມມື, ຮັບມອບຖ່າຍທອດເຕັກໂນໂລຢີຂອງ ຫວຽດນາມ.

        ຕາມທ່ານນາງ Delphine Wahl, ຜູ້ອຳນວຍການໃຫຍ່ CCI Normandie ແລ້ວ, ນີ້ແມ່ນເຂດທີ່ມີລັກສະນະອຸດສາຫະກຳ ແລະ ສົ່ງອອກສູງທີ່ສຸດຂອງ ຝລັ່ງ, ດັ່ງນັ້ນ, ມີກຳລັງບົ່ມຊ້ອນເປີດກວ້າງການຮ່ວມມືກັບບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງ ຫວຽດນາມ ໃນຫຼາຍຂົງເຂດຢ່າງແທດຈິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.