ຂ່າວເດັ່ນ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ ໃຫ້​ສົມ​ກັບ​ລະ​ດັບ​ການ​ພົວ​ພັນ​ແບບ​ພິ​ເສດ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ ໃຫ້​ສົມ​ກັບ​ລະ​ດັບ​ການ​ພົວ​ພັນ​ແບບ​ພິ​ເສດ

(VOVWORLD) - ໃນການເດີນທາງຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ

ການນຳສອງທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການຮ່ວມມືສອງຝ່າຍຕາມທິດນັບມື້ນັບຮອບດ້ານ, ແທດຈິງ, ສົມກັບການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ, ຕັດສິນໃຈປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳສອງພັກ, ສອງລັດ ແລະ ບັນດາຂໍ້ຕົກລົງການຮ່ວມມືທີ່ຫາກໍ່ໄດ້ຮັບການລົງນາມໃນການຢ້ຽມຢາມຄັ້ງນີ້ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ຕາມນັ້ນແລ້ວ, ສອງຝ່າຍຈະສຸມໃສ່ຜັນຂະຫຍາຍໝາກຜົນຂອງກອງປະຊຸມຄັ້ງທີ່ 43 ຂອງຄະນະກຳມະການລະຫວ່າງລັດຖະບານ (ເດືອນທັນວາ 2020) ໃຫ້ເປັນຢ່າງດີ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ ແລະ ບຳລຸງສ້າງ, ເສີມຂະຫຍາຍການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ຮ່ວມມື ລະຫວ່າງ ຫວຽດນາມ ແລະ ລາວ ໃນປີ 2022 ຢ່າງແທດຈິງ ແລະ ມີປະສິດທິຜົນ.

        ການນຳສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນອາຊຽນ ແລະ ບັນດາກົນໄກຢູ່ອະນຸພາກພື້ນແມ່ນ້ຳຂອງ, ການຮ່ວມມືລະຫວ່າງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີອຳລາ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ລາວ ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຢ່າງຈົບງາມ.

    ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ແຕ່ວັນທີ 28 ຫາວັນທີ 29 ມິຖຸນາ ປີ 2021, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມກັບບັນດາການນຳຂັ້ນສູງຂອງພັກ ແລະ ລັດຫວຽດນາມທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວຢ່າງສະໜິດສະໜົມ, ເຕັມໄປດ້ວຍຄວມຮັກແພງ, ໄມຕີຈິດມິດຕະພາບ ແລະ ສາມັກຄີໃນຕະຫຼອດໄລຍະຢ້ຽມຢາມຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.