ຂ່າວເດັ່ນ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Interpol ກັບ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ອາ​ຊີ - ປາ​ຊີ​ຟິກ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Interpol ກັບ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ອາ​ຊີ - ປາ​ຊີ​ຟິກ

(VOVWORLD) - ວັນທີ 19 ມີນາ, ທ່ານເອກອັກຄະລັດຖະທູດ ຫວູເລທ້າຍຮວ່າງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນຢູ່ນະຄອນ Vienna (ໂອຕາລິດ) ໄດ້ມີການເຮັດວຽກ ກັບທ່ານນາງ Floriane Bacconnier, ຫົວໜ້າ ຫ້ອງວ່າການນັກສັງເກດການ ປະຈຳການ ຂອງ Interpolປະຈຳ ສປຊ.

ທ່ານເອກອັກຄະລັດຖະທູດ ຫວູເລທ້າຍຮວ່າງ ເຮັດວຽກ ກັບທ່ານນາງ Floriane Bacconnier, ຫົວໜ້າ ຫ້ອງວ່າການນັກສັງເກດການ ປະຈຳການ ຂອງ Interpolປະຈຳ ສປຊ (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ຫວູເລທ້າຍຮວ່າງ ໃຫ້ຮູ້ວ່າ ນັບແຕ່ເວລາເຂົ້າເປັນສະມາຊິກ Interpol ໃນປີ 1991 ມາຮອດປັດຈຸບັນ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ ໄດ້ປະຕິບັດບົດບາດ, ພັນທະຂອງປະເທດສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໄດ້ເປັນຢ່າງດີ. ທ່ານເອກອັກຄະລັດຖະທູດ ສະແດງຄວາມປາດຖະໜາຢາກໃຫ້ ຫວຽດນາມ ແລະ Interpol ສືບຕໍ່ເພີ່ມທະວີການຮ່ວມມືເພື່ອປະຕິບັດສຳເລັດຄວາມຮັບຜິດຊອບແມ່ນປະເທດສະມາຊິກ ກໍ່ຄືຍົກສູງປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຢູ່ ຫວຽດນາມ. ດ້ວຍບົດບາດເປັນປະທານກຸ່ມ ອາຊີ - ປາຊີຟິກ ຢູ່ບັນດາອົງການຈັດຕັ້ງສາກົນ ປະຈຳ Vienna, ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ Interpol ແລະ ບັນດາປະເທດໃນພາກພື້ນເພື່ອແນໃສ່ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມີສະຖຽນລະພາບ, ມີຄວາມໝັ້ນຄົງ, ປອດໄພ ແລະ ພັດທະນາແບບຍືນຍົງ.

ສ່ວນທ່ານນາງ Floriane Bacconnier ກໍ່ຫວັງວ່າ ໃນໄລຍະຈະມເຖິງ ຈະໄດ້ຮ່ວມມືກັບຄະນະປະຕິບັດງານ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຂໍ້ລິເລີ່ມໃໝ່ຈຳນວນໜຶ່ງ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືອັນດີງາມ, ມີປະສິດທິຜົນລະຫວ່າງ Interpol ກັບບັນດາປະເທດຂົງເຂດ ອາຊີ - ປາຊີຟິກ, ໃນນັ້ນມີ ຫວຽດນາມ, Interpol ປາດຖະໜາໃນປີນີ້, ຫວຽດນາມ ຈະຈັດຕັ້ງສຳເລັດພິທີເຊັນສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາດຊະຍາກຳທາງອິນເຕີເນັດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.