ຂ່າວເດັ່ນ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ

(VOVWORLD) -ວັນທີ 8 ເມສາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍທ່ານ ຟ້ານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ພົບປະສົນທະນາກັບທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ. TRANSLATE with x English Arabic Hebrew Polish Bulgarian Hindi Portuguese

ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ທ່ານຟານວັນມ໊າຍ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາທ້ອງຖິ່ນຂອງ ລາວໃນການພັດທະນາ, ທ່ານຫວັງວ່າສອງຝ່າຍຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນເປັນປະຈຳ, ເພີ່ມທະວີບັນດາໂຄງການຮ່ວມມືດ້ານເສດຖະກິດ - ການຄ້າ - ການທ່ອງທ່ຽວ, ພ້ອມກັນຄົ້ນຄ້ວາ, ຊອກຫາມາດຕະການລະອຽດ ເພື່ອແກ້ໄຂຂໍ້ຕິດຂັດ, ຍູ້ແຮງການຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມືສຳຄັນເພື່ອແນໃສ່ສ້າງກຳລັງໜູນໃໝ່ຊ່ວຍໃຫ້ການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ ລາວນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

ທີ່ການພົບປະສົນທະນາ ລະຫວ່າງ ຄະນະຜູ້ແທນຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະ ຄະນະຜູ້ແທນນະຄອນຫຼວງ ວຽງຈັນ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງ, ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຍູ້ແຮງການຜັນຂະຫຍາຍບັນດາຄຳໝັ້ນສັນຍາຮ່ວມມື, ເອົາໃຈໃສ່ເປັນພິເສດເຖິງການສ້າງບັນດາໂຄງການເຄື່ອນໄຫວ, ເພີ່ມທະວີການພົວພັນທາງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການລົງທຶນ, ດຳເນີນທຸລະກິດ ຂອງແຕ່ລະຝ່າຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.