ຂ່າວເດັ່ນ

ຊຸກ​ຍູ​້​ການ​ຮ່ວມ​ມືດ້ານ​ປ້ອງ​ກັນ​ຊາດ​ ອາ​ຊຽນ ໃນ​ກົນ​ໄກ ອາ​ຊຽນ ເປີດກວ້າງ

ຊຸກ​ຍູ​້​ການ​ຮ່ວມ​ມືດ້ານ​ປ້ອງ​ກັນ​ຊາດ​ ອາ​ຊຽນ ໃນ​ກົນ​ໄກ ອາ​ຊຽນ ເປີດກວ້າງ

(VOVWORLD) - ກອງປະຊຸມອອນລາຍ ກຸ່ມປະຕິບັດງານເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງ ອາຊຽນ ເປີດກວ້າງ (ADSOM+ WG), ຖືກດຳເນີນໃນຕອນເຊົ້າວັນທີ 18 ພະຈິກ, ພາຍໃຕ້ການເປັນປະທານຂອງທ່ານພົນຕີ ຫວູຈ໊ຽນທັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ຫົວໜ້າກຸ່ມປະຕິບັດງານເຈົ້າໜ້າທີ່ປ້ອງກັນປະເທດຂັ້ນສູງ ອາຊຽນ ຫວຽດນາມ.

ທ່ານພົນຕີ ຫວູຈ໊ຽນທັ໊ງ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານກອງປະຊຸມ (ພາບ: qdnd.vn) 

ກົນໄກຮ່ວມມືດ້ານປ້ອງກັນຊາດ ອາຊຽນ ເປີດກວ້າງ ລວມມີ 10 ປະເທດສະມາຊິກ ອາຊຽນ ແລະ 8 ປະເທດ ຄູ່ຮ່ວມມື ເຊິ່ງລວມມີ: ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ ແລະ ອິນເດຍ.  ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາປະເທດກໍໄດ້ປຶກສາຫາລືຢ່າງລະອຽດ ແລະ ເຫັນດີເປັນເອກະພາບກ່ຽວກັບເນື້ອໃນເອກະສານສະບັບຕ່າງໆ ເປັນຕົ້ນແມ່ນ ຖະແຫຼງການຮ່ວມຮ່າໂນ້ຍ ກ່ຽວກັບກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດເປີດກວ້າງ ADMM+ ຄັ້ງທີ 7 ເຊິ່ງຄາດວ່າຈະດຳເນີນໃນເດືອນທັນວາ ຈະມາເຖິງ. ພ້ອມກັນນັ້ນ, ຜູ້ຕາງໜ້າບັນດາປະເທດເປີດກວ້າງຄື ອາເມລິກາ, ຈີນ, ລັດເຊຍ ສືບຕໍ່ຕີລາຄາສູງບົດບາດເປັນໃຈກາງຂອງ ອາຊຽນ ຕໍ່ບັນດາສິ່ງທ້າທາຍທີ່ຫາກໍເກີດຂຶ້ນ ແລະ ຢັ້ງຢືນວ່າ ໃນໄລຍະຜ່ານມາ, ອາຊຽນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ.


This site is protected by reCAPTCHA and the Google Privacy Policy and Terms of Service apply.