ຂ່າວເດັ່ນ

ຊຸກ​ຍູ້​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ສ.ເກົາຫຼີ ໃຫ້​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ, ຮອບ​ດ້ານ

ຊຸກ​ຍູ້​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ສ.ເກົາຫຼີ ໃຫ້​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ, ຮອບ​ດ້ານ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນຍາມໃດກໍ່ຖືເປັນສຳຄັນການຮ່ວມມືກັບ ສ.ເກົາຫຼີ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບ ອຳນາດການປົກຄອງຊຸດໃໝ່ ສ.ເກົາຫຼີຢ່າງແໜ້ນແຟ້ນ ສືບຕໍ່ຊຸກຍູ້ພັດທະນາການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່ແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານກ່ວາ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Choi Young Sam (ພາບ: VOV)

ຕອນເຊົ້າວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Choi Young Sam, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນຍາມໃດກໍ່ຖືເປັນສຳຄັນການຮ່ວມມືກັບ ສ.ເກົາຫຼີ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບ ອຳນາດການປົກຄອງຊຸດໃໝ່ ສ.ເກົາຫຼີຢ່າງແໜ້ນແຟ້ນ ສືບຕໍ່ຊຸກຍູ້ພັດທະນາການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່ແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານກ່ວາ. ທ່ານເລຂາທິການໃຫຍ່ ໂຕເລິມສະເໜີ ສອງຝ່າຍເພີ່ມທະວີການຮ່ວມມືໃນການເປີດກວ້າງການຮ່ວມມືດ້ານປ້ອງກັນ, ປ້ອງກັນຄວາມສະຫງົບ ແລະ ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ຊຸກຍູ້ການຜັນຂະຫຍາຍ ແຜນການກະທຳປະຕິບັດເປົ້າໝາຍນຳວົງເງິນການຄ້າສອງຝ່າຍບັນລຸ 150 ຕື້ USD ຕາມທິດດູ່ນດ່ຽງກ່ວາໃນປີ 2030 ຢ່າງມີປະສິດທິຜົນ.

ສ່ວນທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ລັດຖະບານຊຸດໃໝ່ຂອງ ສ.ເກົາຫຼີ ສືບຕໍ່ຖືຫວຽດນາມແມ່ນຄູ່ຮ່ວມມືຈຸດສຸມໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດ ຢູ່ພາກພື້ນ ແລະ ປາດຖະໜາຢາກ ສອງຝ່າຍຈະສືບຕໍຊຸກຍູ້ການຮ່ວມມືດ້ານເສດຖະກິດ, ເປັນຕົ້ນໃນຂົງເຂດສ.ເກົາຫຼີທີ່ມີທ່າແຮງ ແລະ ຫວຽດນາມ ທີ່ມີຄວາມຕ້ອງການ.

This site is protected by reCAPTCHA and the Google Privacy Policy and Terms of Service apply.