ຂ່າວເດັ່ນ

ສຸຂະພາບຂອງເດັກນ້ອຍ ອິນໂດເນເຊຍ ກ່ວາ 10 ລ້ານຄົນຖືກຜົນສະທ້ອນຈາກຄວັນຂີໄຟໄໝ້ປ່າ

ສຸຂະພາບຂອງເດັກນ້ອຍ ອິນໂດເນເຊຍ ກ່ວາ 10 ລ້ານຄົນຖືກຜົນສະທ້ອນຈາກຄວັນຂີໄຟໄໝ້ປ່າ

(VOVWORLD) - ວັນທີ 25 ກັນຍາ, ອົງການສະຫະປະຊາຊາດກອງທຶນສຳລັບເດັກ (Unicef) ໄດ້ເນັ້ນໜັກວ່າ ຄວັນໄຟໄໝ້ປ່າທີ່ເກີດຂຶ້ນຢູ່ ອິນໂດເນເຊຍ ໄດ້ສົ່ງຜົນສະທ້ອນຕໍ່ສຸຂະພາບຂອງເດັກນ້ອຍ ອິນໂດເນເຊຍ ທີ່ມີອາຍຸຕ່ຳກ່ວາ 18 ປີລົງມາໝາຍກ່ວາ 10 ລ້ານຄົນ.

 ສຸຂະພາບຂອງເດັກນ້ອຍ ອິນໂດເນເຊຍ ກ່ວາ 10 ລ້ານຄົນຖືກຜົນສະທ້ອນຈາກຄວັນຂີໄຟໄໝ້ປ່າ (ພາບ: Joss.id.)

        ຕາມຕົວເລກສະຖິຕິຂອງ UNICEF ແລ້ວ, ໃນຈຳນວນເດັກນ້ອຍ 10 ລ້ານເດັກຖືກຜົນສະທ້ອນຕໍ່ສຸຂະພາບຢູ່ ອິນໂດເນເຊຍ ນັ້ນ, ມີເດັກ 2,4 ລ້ານຄົນພວມຢູ່ໃນເກັນອາຍຸຫາກໍ່ຍ່າງໄດ້ ພວມດຳລົງຊີວິດຢູ່ບັນດາເຂດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຂອງເຫດໄຟໄໝ້ປ່າ. ທ່ານນາງ Debora Comini ຜູ້ຕາງໜ້າ UNICEF ໃຫ້ຮູ້ວ່າ: ທຸກປີ “ເດັກນ້ອຍຢູ່ ອິນໂດເນເຊຍ ນັບຫລາຍລ້ານຄົນຕ້ອງສູບເອົາອາກາດເປັນພິດ , ສົ່ງຜົນສະທ້ອນຕໍ່ສຸຂະພາບ, ກໍ່ຜົນສະທ້ອນຕໍ່ຮ່າງກາຍ ສະຕິຄວາມຮັບຮູ້ໃນຕະຫລອດຊີວິດ”.

        ອົງການສະຫະປະຊາຊາດກອງທຶນສຳລັບເດັກກໍ່ກ່າວເຕືອນວ່າ ມົນລະພິດອາກາດ ອາດຈະສົ່ງຜົນສະທ້ອນຕໍ່ເດັກນ້ອຍຢູ່ໃນທ້ອງແມ່. ອົງການ UNICEF ກໍ່ສະເໜີໃຫ້ລັດຖະບານ ອິນໂດເນເຊຍ ຄວນຮ່ວມມືຢ່າງແໜ້ນແຟ້ນກັບບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອສະກັດກັ້ນຄວັນໄຟ ແລະ ຍົກຍ້າຍແມ່ ແລະ ເດັກນ້ອຍໄປສູ່ບ່ອນປອດໄພ.

This site is protected by reCAPTCHA and the Google Privacy Policy and Terms of Service apply.