ຂ່າວເດັ່ນ

ຊຸກຍູ້ການທູດເສດຖະກິດ, ເພີ່ມທະວີການເຊື່ອມຕໍ່ດ້ານການຄ້າ - ການລົງທຶນລະຫວ່າງ ຫວຽດນາມ - ອີຕາລີ

ຊຸກຍູ້ການທູດເສດຖະກິດ, ເພີ່ມທະວີການເຊື່ອມຕໍ່ດ້ານການຄ້າ - ການລົງທຶນລະຫວ່າງ ຫວຽດນາມ - ອີຕາລີ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ ອີຕາລີ ແບ່ງປັນບົດຮຽນໃນການພັດທະນາບັນດາຂະແໜງອຸດສາຫະກຳປະດິດຜະລິດ, ອຸດສາຫະກຳສະໜັບສະໜູນ ແລະ ການຜະລິດອັດສະລິຍະ

ທ່ານ ຫງວຽນຈິຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Adolfo Urso, ລັດຖະມົນຕີກະຊວງວິສາຫະກິດ ແລະ ການຜະລິດ ອີຕາລີ
(ພາບ: VGP)

ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີ, ຕອນບ່າຍວັນທີ 19 ມີນາ (ຕາມເວລາທ້ອງຖິ່ນ), ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Adolfo Urso, ລັດຖະມົນຕີກະຊວງວິສາຫະກິດ ແລະ ການຜະລິດ ອີຕາລີ, ທ່ານ ຫງວຽນຈິຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຕ້ອງຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າລະຫວ່າງ 2 ປະເທດ. ໃນຂົງເຂດການລົງທຶນ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ ອີຕາລີ ແບ່ງປັນບົດຮຽນໃນການພັດທະນາບັນດາຂະແໜງອຸດສາຫະກຳປະດິດຜະລິດ, ອຸດສາຫະກຳສະໜັບສະໜູນ ແລະ ການຜະລິດອັດສະລິຍະ; ຜັນຂະຫຍາຍບັນດາໂຄງການໜູນຊ່ວຍການພັດທະນາຂອງນັກສະໜອງ, ນຳວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບມູນຄ່າຂອງບັນດາວິສາຫະກິດ ອີຕາລີ ຢ່າງເລິກເຊິ່ງກວ່າ.

ສ່ວນທ່ານລັດຖະມົນຕີ Adolfo Urso, ປາດຖະໜາໃຫ້ວິສາຫະກິດ ຫວຽດນາມ ລົງທຶນເຂົ້າ ອີຕາລີ ໃຫ້ຫຼາຍກວ່າອີກ; ທ່ານເນັ້ນໜັກວ່າ ບັນດາວິສາຫະກິດ ອີຕາລີ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ຢູ່ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.