ຂ່າວເດັ່ນ

ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ຍູ້​ໄວ​ການ​ເບີກ​ຈ່າຍ​ງົບ​ປະ​ມານ​ລົງ​ທຶນ​ພາກ​ລັດ

ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ຍູ້​ໄວ​ການ​ເບີກ​ຈ່າຍ​ງົບ​ປະ​ມານ​ລົງ​ທຶນ​ພາກ​ລັດ

(VOVWORLD) - ການເບີກຈ່າຍງົບປະມານລົງທຶນພາກລັດ ໄດ້ເພີ່ມຂຶ້ນຢ່າງຈະແຈ້ງ; ຄາດວ່າ ໄລ່ຮອດທ້າຍເດືອນ ພຶດສະພາ ແມ່ນເບີກຈ່າຍໄດ້ກວ່າ 199.000 ຕື້ດົ່ງ (ກວ່າ 8,6 ຕື້ USD), ບັນລຸກວ່າ 24% ແຜນການທີ່ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໃຫ້.

ທ່ານຮອງລັດຖະມົນຕີກະຊວງການເງິນ ໂດະແທ່ງຈູງ  (ພາບ: VGP)

ໃນການຖະແຫຼງຂ່າວນັດສາມັນຂອງລັດຖະບານ ຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 4 ມິຖູນາ ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການເງິນ ໂດະແທ່ງຈູງ ໄດ້ແຈ້ງໃຫ້ຊາບກ່ຽວກັບອັດຕາການເບີກຈ່າຍງົບປະມານລົງທຶນພາກລັດ ກໍຄືບັນດາມາດຕະການໃນໄລຍະຈະມາເຖິງ. ຕາມກະຊວງການເງິນແລ້ວ, ການເບີກຈ່າຍງົບປະມານລົງທຶນພາກລັດ ໄດ້ເພີ່ມຂຶ້ນຢ່າງຈະແຈ້ງ; ຄາດວ່າ ໄລ່ຮອດທ້າຍເດືອນ ພຶດສະພາ ແມ່ນເບີກຈ່າຍໄດ້ກວ່າ 199.000 ຕື້ດົ່ງ (ກວ່າ 8,6 ຕື້ USD), ບັນລຸກວ່າ 24% ແຜນການທີ່ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໃຫ້.

       ກ່ຽວກັບມາດຕະການເພື່ອປະຕິບັດສຳເລັດເປົ້າໝາຍເບີກຈ່າຍງົບປະມານລົງທຶນພາກລັດບັນລຸ 100% ນັ້ນ, ທ່ານຮອງລັດຖະມົນຕີກະຊວງການເງິນ ໂດະແທ່ງຈູງ ໃຫ້ຮູ້ວ່າ ທາງກະຊວງ ຈະສຸມໃສ່ແກ້ໄຂກ່ຽວກັບລະບອບລະບຽບການ, ຫັນລະບຽບການໃຫ້ເປັນງ່າຍດາຍ, ພິເສດແມ່ນໃນບັນດາຂອດສ້າງ, ກວດກາຢັ້ງຢືນ, ອະນຸມັດຜ່ານ ແລະ ຊຳລະບັນດາໂຄງການລົງທຶນພາກລັດ.

       ພ້ອມດຽວກັນນັ້ນ, ກະຊວງການເງິນ ກໍຮັບປະກັນວຽກງານດັດປັບແຜນຜັງ, ບໍລິຫານ ແລະ ການຈັດແບ່ງທຶນໃຫ້ທັນການ ເພື່ອຕອບສະໜອງຂອງຄວາມຕ້ອງການຂອງບັນດາໂຄງການ.

 


This site is protected by reCAPTCHA and the Google Privacy Policy and Terms of Service apply.