ຂ່າວເດັ່ນ

ສຸມ​ໃສ່​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກພາ​ຍຸ ບົວ​ລອຍ

ສຸມ​ໃສ່​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກພາ​ຍຸ ບົວ​ລອຍ

(VOVWORLD) - ຕາມແຈ້ງການຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລ້ວ, ພາຍຸດັ່ງກ່າວໄດ້ເຮັດໃຫ້ເຮືອນຊານຂອງປະຊາຊົນເປ່ເພ, ເສຍຫາຍຈຳນວນກວ່າ 100.000 ຫຼັງ; ເນື້ອທີ່ປູກເຂົ້າ ແລະ ພືດຜັກ ກວ່າ 9.400 ເຮັກຕາ, ເນື້ອທີ່ປູກລ້ຽງສິນໃນນ້ຳເກືອບ 1.400 ເຮັກຕາຖືກເສຍຫາຍ….; ເສັ້ນທາງຫຼາຍສາຍຂອງທ້ອງຖິ່ນຕ່າງໆຢູ່ທາງທິດເໜືອ ແລະ ພາກກາງຖືກນ້ຳຖ້ວມ, ດິນເຊາະເຈື່ອນ, ຖືກຕັດຂາດ. ບັນດາແຂວງ ເງະອານ, ຮ່າຕິງ, ກວ໋າງຈິ, ແທັງຮວ໊າ ໄຟດັບເປັນວົງກວ້າງ.

ກວ໋າງຈິ ຖືກຜົນເສຍຫາຍຢ່າງໜັກໜ່ວງ

ໄລ່ຮອດເວລາ 19 ໂມງ 00 ນາທີ ຂອງຕອນຄ່ຳວັນທີ 29 ກັນຍາ,  ພາຍຸ ບົວລອຍ ແລະ ຝົນຕົກນ້ຳຖ້ວມ, ຝົນຟ້າຄະນອງ, ພາຍຸລູກໝຸນ, ດິນເຊາະເຈື່ອນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ, ຜູ້ຫາຍສາບສູນ 13 ຄົນ, ບາດເຈັບ 88 ຄົນ ແລະ 8 ຄົນຕິດຕໍ່ບໍ່ໄດ້. ຕາມແຈ້ງການຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລ້ວ, ພາຍຸດັ່ງກ່າວໄດ້ເຮັດໃຫ້ເຮືອນຊານຂອງປະຊາຊົນເປ່ເພ, ເສຍຫາຍຈຳນວນກວ່າ 100.000 ຫຼັງ; ເນື້ອທີ່ປູກເຂົ້າ ແລະ ພືດຜັກ ກວ່າ 9.400 ເຮັກຕາ, ເນື້ອທີ່ປູກລ້ຽງສິນໃນນ້ຳເກືອບ 1.400 ເຮັກຕາຖືກເສຍຫາຍ….; ເສັ້ນທາງຫຼາຍສາຍຂອງທ້ອງຖິ່ນຕ່າງໆຢູ່ທາງທິດເໜືອ ແລະ ພາກກາງຖືກນ້ຳຖ້ວມ, ດິນເຊາະເຈື່ອນ, ຖືກຕັດຂາດ. ບັນດາແຂວງ ເງະອານ, ຮ່າຕິງ, ກວ໋າງຈິ, ແທັງຮວ໊າ ໄຟດັບເປັນວົງກວ້າງ.

ໃນໂທລະເລກທາງການທີ່ຝາກເຖິງບັນດາກະຊວງ, ຂະແໜງການ, ບັນດາແຂວງ, ນະຄອນທາງທິດເໜືອ ແລະ ພາກກາງ ໃນວັນທີ 29 ກັນຍາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຝາກຄຳຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງທີ່ສຸດເຖິງບັນດາຄອບຄົວທີ່ມີຜູ້ຖືກປະສົບເຄາະຮ້າຍ; ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນລະດົມບັນດາກຳລັງ, ຍານພາຫະນະທີ່ຈຳເປັນເພື່ອເຂົ້າເຖິງເຂດຖືກຕັດຂາດຍ້ອນໄພທຳມະຊາດໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້; ໜູນຊ່ວຍປະຊາຊົນ ເພື່ອບໍ່ໃຫ້ຜູ້ໃດຂາດນ້ຳດື່ມ ແລະ ອາຫານ, ໜາວເຢັນ, ບໍ່ມີບ່ອນຢູ່ອາໄສ ຫຼື ຂາດແຄນເສື້ອຜ້າ.  ພ້ອມດຽວກັນນັ້ນ, ກໍສຸມໃສ່ແກ້ໄຂຟື້ນຟູບັນດາຮາກຖານການສຶກສາ, ສາທາລະນະສຸກທີ່ຖືກເປ່ເພໃຫ້ສຳເລັດກ່ອນວັນທີ 5 ຕຸລາ.

ປັດຈຸບັນນີ້, ທ້ອງຖິ່ນຕ່າງໆພວມສືບຕໍ່ສຳຫຼວດກວດຄືນ, ຈັດຕັ້ງການກວດກາ, ແກ້ໄຂບັນດາຜົນເສຍຫາຍໃນໃນເບື້ອງຕົ້ນ. ຢູ່ແຂວງ ກວ໋າງຈິ, ພາຍຫຼັງພາຍຸພັດຜ່ານ, ກຳລັງເຈົ້າໜ້າທີ່ ແລະ ປະຊາຊົນກໍດຳເນີນການຈັດມ້ຽນ, ເຮັດອະນາໄມຕົ້ນໄມ້ທີ່ຫັກລົ້ມ, ໜູນຊ່ວຍປະຊາຊົນສ້ອມແປງເຮືອນຊານບ້ານຊ່ອງ, ສຸມໃສ່ຊອກຫາກູ້ໄພກູ້ຊີບ, ຜັນຂະຫຍາຍມາດຕະການຮັບປະກັນການຜະລິດກະສິກຳ ແລະ ສິນໃນນ້ຳ. ພ້ອມດຽວກັນນັ້ນ, ບັນດາຂະແໜງທີ່ມີຄວາມຮັບຜິດຊອບຂອງແຂວງ ກວ໋າງຈິ ກໍສົມທົບກັບ ທະຫານເຂດ 4 ຜັນຂະຫຍາຍວຽກງານຊອກຫາຊາວປະມົງ 9 ຄົນທີ່ຫາຍສາບສູນໃນກ່ຳປັ່ນຫາປ່າ 2 ລຳທີ່ຖືກຈົມນ້ຳໃນຕອນຄ່ຳວັນທີ 28 ກັນຍາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.