ຂ່າວເດັ່ນ

ສຸມ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ວຽກ​ງານ​ເລືອ​ກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ສຸມ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ວຽກ​ງານ​ເລືອ​ກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

(VOVWORLD) - ຕອນເຊົ້າວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາກຳມາທິການຂອງສະພາແຫ່ງຊາດ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການເຮັດວຽກ 

 ເມື່ອເຮັດວຽກກັບກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ສະເໜີກຳມາທິການຕ້ອງສົມທົບກັບແນວໂຮມປະເທດຊາດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການຝຶກອົບຮົມໃຫ້ແກ່ຖັນແຖວພະນັກງານຢູ່ຂັ້ນຕາແສງ, ຂັ້ນແຂວງກ່ຽວກັບວຽກງານເລືອກຕັ້ງ ແລະ ວຽກງານບຸກຄະລາກອນໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ XVI. ໄປຄຽງຄູ່ກັນນັ້ນ, ຍູ້ແຮງການຫັນເປັນດີຈີຕອນ, ໝູນໃຊ້ປັນຍາປະດິດເຂົ້າໃນການຄຸ້ມຄອງວຽກງານສະມາຊິກສະພາແຫ່ງຊາດ ແລະ ການເຄື່ອນໄຫວຂອງສະພາປະຊາຊົນທຸກຂັ້ນ.

        “ກຳມາທິການວຽກງານສະມາຊິກສະພາແຫ່ງຊາດຫັນຈຸດສຸມໃນເດືອນ ມີນາ, ເມສາ ໄປສູ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນ ເປັນຈຸດສຸມ. ເຮັດແນວໃດເພື່ອໃຫ້ການເລືອກຕັ້ງຄັ້ງນີ້, ສະພາແຫ່ງຊາດສາມາດເລືອກເອົາສະມາຊິກຄົບ 500 ທ່ານ ໃນຈຳນວນຜູ້ສະໝັກຮັບເລືອກຕັ້ງ 864 ທ່ານ ຢູ່ 182 ເຂດເລືອກຕັ້ງ; ຊີ້ນຳສະພາປະຊາຊົນທ້ອງຖິ່ນຕ່າງໆ ກໍຕ້ອງເລືອກເອົາສະພາປະຊາຊົນຂັ້ນແຂວງ, ຂັ້ນຕາແສງໃຫ້ຄົບຈຳນວນ”.


This site is protected by reCAPTCHA and the Google Privacy Policy and Terms of Service apply.