ຂ່າວເດັ່ນ

ຊູ​ດັງ ແຕ່​ຕັ້ງຜູ້​ຮັກ​ສາ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່

ຊູ​ດັງ ແຕ່​ຕັ້ງຜູ້​ຮັກ​ສາ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່

(VOVWORLD) - ຜູ້ຮັກສາການນາຍົກລັດຖະມົນຕີ Dafallah al-Haj Ali ເຄີຍເປັນຜູ້ຕາງໜ້າຂອງ ຊູດັງ ຢູ່ ສປຊ ໃນສະໄໝອຳນາດການປົກຄອງປະທານາທິບໍດີ Omar al-Bashir .

    ວັນທີ 30 ເມສາ, ທ່ານນາຍພົນ Abdel Fattah al-Burhan, ປະທານສະພາອະທິປະໄຕ້າມຜ່ານ (TSC)  ທັງເປັນຜູ້ບັນຊາການໃຫ່ຍບັນດາກຳລັງປະກອບອາວຸດ ຊູດັງ (SAF), ໄດ້ແຕ່ງຕັ້ງທ່ານ Dafallah al-Haj Ali ນັກການທູດມືອາຊີບ ເປັນຜູ້ຮັກສາການນາຍົກລັດຖະມົນຕີຄົນໃໝ່ຂອງປະເທດ ອາຟຼິກກາທີ່ພວມສັບສົນນີ້.

   ກ່ອນນີ້ ຜູ້ຮັກສາການນາຍົກລັດຖະມົນຕີ Dafallah al-Haj Ali ເຄີຍເປັນຜູ້ຕາງໜ້າຂອງ ຊູດັງ ຢູ່ ສປຊ ໃນສະໄໝອຳນາດການປົກຄອງປະທານາທິບໍດີ Omar al-Bashir ແລະ ມໍ່ໆມານີ້ ທ່ານແມ່ນເອກອັກຄະລັດຖະທູດ ຊູດັງ ປະຈຳ Saudi Arabia. ທ່ານ Dafallah al-Haj Ali ແທນໃຫ້ທ່ານ Osman Hussein, ເປັນນາຍົກລັດຖະມົນຕີທີ່ມີລັກສະນະສັນຍາລັກ ໂດຍທ່ານ Abdel Fattah al-Burhan ແຕ່ງຕັ້ງ ພາຍຫຼັງການລັດຖະປະຫານປີ 2021 ໂຄ່ນລົ້ມລັດຖະບານຂ້າມຜ່ານຂອງທ່ານນາຍົກລັດຖະມົນຕີພົນລະເຮືອນ Abdalla Hamdok.

This site is protected by reCAPTCHA and the Google Privacy Policy and Terms of Service apply.