ຂ່າວເດັ່ນ

ຊູ​ແອັດ ມອບ​ ຟິມ​ຮູບ​ເງົາ​ເອ​ກະ​ສານກ່ຽວ​ກັບ​ວັນ​ທີ 30 ເມ​ສາ 1975 ໃຫ້​ແກ່ ຫວ​ຽດ​ນາມ

ຊູ​ແອັດ ມອບ​ ຟິມ​ຮູບ​ເງົາ​ເອ​ກະ​ສານກ່ຽວ​ກັບ​ວັນ​ທີ 30 ເມ​ສາ 1975 ໃຫ້​ແກ່ ຫວ​ຽດ​ນາມ

(VOVWORLD) - ວັນທີ 25 ເມສາ, ຢູ່ຮ່ໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ 30 ເມສາ, ທ້ອນໂຮມປະເທດຊາດເປັນເອກະພາບ, ສະຖານທູດ ຊູແອັດ ປະຈຳ ຫວຽດນາມ ພ້ອມກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຈັດພິທີມອບຟິມຮູບເງົາ Victory Vietnam (ໄຊຊະນະຂອງ ຫວຽດນາມ) ໃຫ້ແກ່ ຫວຽດນາມ.

ພິທີມອບ - ຮັບ (ພາບ: ສະຖານທູດ ຊູແອັດ ປະຈຳ ຫວຽດນາມ)

ຟິມຮູບເງົາດັ່ງກ່າວມີຄວາມຍາວເກືອບ 30 ນາທີ, ໂດຍໄດ້ບັນທຶກບັນດາເຫດການສຳຄັນໃນວັນທີ 30 ເມສາ 1975 ຢູ່ ຊູແອັດ ທີ່ສະແດງໃຫ້ເຫັນນ້ຳໃຈຄຽງບ່າຄຽງໄຫຼ່ຂອງກຳລັງຮັກຮອມສັນຕິພາບໃນໂລກ ມີຕໍ່ປະຊາຊົນ ຫວຽດນາມ. ຜູ້ກຳກັບຮູບເງົາ Bo Ohlen ແບ່ງປັນວ່າ:

        “ວັນທີ 30 ເມສາ 1975 ແມ່ນວັນທີ່ເຕັມໄປດ້ວຍຄວາມໝາຍຂອງ ຫວຽດນາມ, ແຕ່ມັນກໍແມ່ນວັນມີຄວາມໝາຍສຳຄັນເປັນພິເສດສຳລັບຊາວໜຸ່ມ ຊູແອັດ ນັບໝື່ນຄົນ, ບຸກຄົນທີ່ສະຫງວນເວລາກວ່າໜຶ່ງທົດສະວັດເພື່ອສະໜັບສະໜູນການຕໍ່ສູ້ຂອງປະຊາຊົນ ຫວຽດນາມ. ໃນຊຸມວັນນັ້ນ, ຂ້າພະເຈົ້າເຮັດວຽກດ້ວຍບົດບາດເປັນຜູ້ຖ່າຍທຳຂອງສະຖານີໂທລະພາບ ຊູແອັດ, ແລະ ໃນວັນໄຊຊະນະ, ຂ້າພະເຈົ້າໄດ້ຖືກ້ອງຖ່າຍ ພ້ອມກັບບັນດາເພື່ອນຮ່ວມງານອື່ນບັນທຶກຈຸດເວລາ ທີ່ບຸກຄົນສະໜັບສະໜູນ ຫວຽດນາມ ຢູ່ Stockholm ສະໝັກໃຈລົງຖະໜົນ, ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ດີໃຈ.”

ຟິມຮູບເງົາເອກະສານກ່ຽວກັບວັນທີ 30 ເມສາ 1975  ຊູແອັດ ມອບໃຫ້ແກ່ ຫວຽດນາມ (VOV1)

      

This site is protected by reCAPTCHA and the Google Privacy Policy and Terms of Service apply.