ຂ່າວເດັ່ນ

ສູ​ນ​ການ​ເງິນ​ສາ​ກົນ​ຢູ່ ຫວຽດ​ນາມ ຈະ​ເຄື່ອນ​ໄຫວ​ໃນ​ທ້າຍ​ປີ​ນີ້

ສູ​ນ​ການ​ເງິນ​ສາ​ກົນ​ຢູ່ ຫວຽດ​ນາມ ຈະ​ເຄື່ອນ​ໄຫວ​ໃນ​ທ້າຍ​ປີ​ນີ້

(VOVWORLD) - ຕອນເຊົ້າວັນທີ 01 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບດຳລັດວ່າດ້ວຍການສ້າງຕັ້ງສູນການເງິນສາກົນ ຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ

 ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ ສຳລັບ ຫວຽດນາມ, ເລື່ອງສ້າງສູນການເງິນສາກົນ ບໍ່ພຽງແຕ່ເພື່ອດຶງດູດບັນດາແຫຼ່ງກຳລັງລົງທຶນ ແລະ ເຊື່ອມຕໍ່ກັບໂລກເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າກຽມພ້ອມຮັບຟັງບັນດາຄຳເຫັນຂອງວິສາຫະກິດ, ນັກລົງທຶນ… ບົນພື້ນຖານນັ້ນ ຈະມີການດັດປັບລະບອບລະບຽບການສືບຕໍ່ຊຸກຍູ້ການພັດທະນາລວມຂອງປະເທດຊາດ. ຫວັງວ່າບັນດາເພື່ອນມິດສາກົນຈະໃຫ້ຄວາມເອົາໃຈໃສ່ໜູນຊ່ວຍດ້ວຍຈິດໃຈພ້ອມກັນແບ່ງປັນວິໄສທັດ, ພ້ອມກັນເຮັດ, ພ້ອມກັນຊົມໃຊ້, ພ້ອມກັນໄຊຊະນະ, ພ້ອມກັນພັດທະນາ… ຍາມໃດກໍປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຂອງວິສາຫະກິດ, ບັນດານັກລົງທຶນ.

        ສູນການເງິນສາກົນຢູ່ ຫວຽດນາມ ເຄື່ອນໄຫວຕາມຮູບແບບ “ໜຶ່ງສູນກາງ, ສອງຈຸດນັດພົບ” ຢູ່ນະຄອນ ໂຮ່ຈີມິນ ແລະ ນະຄອນ ດ່າໜັງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ທ້າຍປີ 2025 ນີ້, ສູນການເງິນສາກົນຢູ່ ຫວຽດນາມ ຈະໄດ້ນຳເຂົ້າເຄື່ອນໄຫວ.

ລ້າຍຮວາ


This site is protected by reCAPTCHA and the Google Privacy Policy and Terms of Service apply.