ຂ່າວເດັ່ນ

ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ໃຫ້​ບັນ​ລຸ 200 ຕື້ USD

ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ໃຫ້​ບັນ​ລຸ 200 ຕື້ USD

(VOVWORLD) - ຕອນເຊົ້າວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສະຫະສະມາຄົມການຄ້າ ອາເມລິກາ ປະຈຳ ຮ່າໂນ້ຍ (Amcham) ແລະ ຫ້ອງການການຄ້າ ອາເມລິກາ ປະຈຳ ວໍຊິງຕັນ ໄດ້ສົມທົບກັນຈັດກອງປະຊຸມສຸດຍອດການດຳເນີນທຸລະກິດ ຫວຽດນາມ - ອາເມລິກາ ຄັ້ງທີ 6.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເນັ້ນໜັກວ່າ ພາຍຫຼັງທີ່ ຫວຽດນາມ ແລະ ອາເມລິກາ ສ້າງກອບຄູ່ຮ່ວມມືຍຸດທະສາດຮອບດ້ານ ເມື່ອເດືອນກັນຍາ ທີ່ຜ່ານມາ, ກຳລັງບົ່ມຊ້ອນ, ກາລະໂອກາດຮ່ວມມືລະຫວ່າງ 2 ປະເທດ ແມ່ນໃຫຍ່ຫຼວງທີ່ສຸດ, ໂດຍໄດ້ກຳນົດວ່າແມ່ນກຳລັງຕົ້າຕໍ, ເພື່ອຊຸກຍູ້ການພົວພັນສອງຝ່າຍ. ເພື່ອຍາດແຍ່ງເອົາບັນາກາລະໂອກາດທີ່ດີກ່ຽວກັບສາຍພົວພັນອັນດີງາມນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີວ່າ:

        “ສອງຝ່າຍສືບຕໍ່ເອົາໃຈໃສ່ ແລະ ໃຫ້ບຸລິມະສິດແຫຼ່ງກຳລັງເພື່ອຫັນບັນດາຄຳໝັ້ນສັນຍາໃນຖະແຫຼງການຮ່ວມເປັນລະອຽດ. ວິສາຫະກິດ 2 ປະເທດ ຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ຢ່າງແຮງ, ເພີ່ມທະວີການນຳເຂົ້າ - ສົ່ງອອກ ສຳລັບບັນດາປະເພດສິນຄ້າທີ່ຕົນມີທ່າແຮງ; ໜູນຊ່ວຍກັນເຂົ້າຮ່ວມລະບົບການສະໜອງໃໝ່ຢ່າງເລິກເຊິ່ງກວ່າ. ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 200 ຕື້ USD ໂດຍໄວ. ຕ້ອງນຳການລົງທຶນຂອງ ອາເມລິກາ ເຂົ້າກຸ່ມ 10 ນັກລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ”.

        ໃນຄຼິບວິດີໂອ ທີ່ບັນທຶກບົດກ່າວຄຳເຫັນຝາກເຖິງກອງປະຊຸມ, ທ່ານນາງ ລັດຖະມົນຕີການຄ້າ ອາເມລິກາ Gina Raimondo  ຢັ້ງຢືນວ່າ ຫວຽດນາມ ແລະ ອາເມລິກາ ພວມມີກາລະໂອກາດຫຼາຍຢ່າງເພື່ອສ້າງສາຍພົວພັນດ້ານການຄ້າ ແລະ ການລົງທຶນຢ່າງເລິກເຊິ່ງ.

ເລເຟືອງ

This site is protected by reCAPTCHA and the Google Privacy Policy and Terms of Service apply.