ຂ່າວເດັ່ນ

ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ - ນິວ​ຊີ​ແລັນ​ບັນ​ລຸ 3 ຕື້ USD ໃນ​ປີ 2026

ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ - ນິວ​ຊີ​ແລັນ​ບັນ​ລຸ 3 ຕື້ USD ໃນ​ປີ 2026

(VOVWORLD) - ນີ້ແມ່ນໜຶ່ງໃນບັນດາເນື້ອໃນໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ນິວຊີແລັນ Gerry Brownlee ເຫັນດີເປັນເອກະພາບໃນການພົບປະທີ່ໄດ້ດຳເນີນໃນຕອນບ່າຍວັນທີ 28 ສິງຫາ ຢູ່ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ນິວຊີແລັນ Gerry Brownlee (ພາບ: VOV)

ການນຳສອງທ່ານໄດ້ເຫັນດີເປັນເອກະພາບເຮັດໃຫ້ການພົວພັນຮ່ວມມືຫວຽດນາມ - ນິວຊີແລັນ ເລິກເຊິ່ງກວ່າອີກໃນທຸກຂົງເຂດຄື: ການເມືອງ, ການທູດ, ແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ, ຮັກສາບັນດາກົນໄກຮ່ວມມືສອງຝ່າຍ, ວາງອອກຍຸດທະສາດເຊື່ອມຕໍ່ສອງພື້ນຖານເສດຖະກິດໂດຍໄວ, ຊູກຍູ້ການລົງນາມບັນດາຂໍ້ຕົກລົງຮ່ວມມືກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນ, ສ້າງຄວາມສະດວກໃຫ້ການເປີດປະຕູຕະຫຼາດຕໍ່ບັນດາຜະລິດຕະພັນກະເສດຂອງກັນ, ມຸ່ງໄປເຖິງເປົ້າໝາຍຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ. ພ້ອມກັນນັ້ນ, ຜັນຂະຫຍາຍບັນດາຂົງເຂດໃໝ່ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ການຫັນເປັນດີຈີຕອນ, ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສືບຕໍ່ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ -ປ້ອງກັນຄວາມສະຫງົບ ແລະ ໃນບັນດາການເຄື່ອນໄຫວຮັກສາສັນຕິພາບ ຂອງສປຊ. ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານການສຶກສາ, ບຳລຸງສ້າງ, ພິຈາລະນາເປີດເສັ້ນທາງໂດຍກົງເຊື່ອມຕໍ່ສອງປະເທດເພື່ອແນໃສ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືເສດຖະກິດ, ການຄ້າ ກໍ່ຄືການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດສອງປະເທດຊອກຫາໂອກາດດຳເນີນທຸລະກິດ ແລະ ລົງທຶນ. ຕີລາຄາກ່ຽວກັບຖານະບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ນິວຊີແລັນ ຢັ້ງຢືນວ່າ ຫວຽດນາມແມ່ນຄູ່ຮ່ວມມືສຳຄັນ, ລັດຖະບານ ແລະ ສະພາແຫ່ງຊາດ ນິວຊີແລັນ ໃຫ້ບຸລິມະສິດເພີ່ມທະວີການພົວພັນກັບຫວຽດນາມ ໃນນະໂຍບາຍການຕ່າງປະເທດສັງລວມຂອງ ນິວຊີແລັນ ຢູ່ພາກພື້ນ, ທ່ານໃຫ້ຮູ້ວ່າ ສະພາແຫ່ງຊາດ ນິວຊີແລັນ ໃຫ້ຄຳໝັ້ນສັນຍາ ສະໜັບສະໜູນການຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.