ຂ່າວເດັ່ນຊຸຸກຍູ້ການຮ່ວມມືໃນວຽກງານແນວໂຮມ ລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ລາວ
ຊຸຸກຍູ້ການຮ່ວມມືໃນວຽກງານແນວໂຮມ ລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ລາວ
ວັນພຸດ, 16:24, 25/07/2018
VOV5
(VOVWORLD) -ວັນທີ 24 ກໍລະກົດ, ກອງປະຊຸມຕີລາຄາກ່ຽວກັບໂຄງການຮ່ວມມືສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບລະຫວ່າງແນວໂຮມປະເທດຊາດຫວຽດນາມ ແຂວງເທື່ອທຽນ - ເຫວ້ ແລະ ແນວລາວສ້າງຊາດ ແຂວງສາລະວັນ ໄລຍະ 2012 – 2018 ໄດ້ຈັດຂຶ້ນຢູ່ນະຄອນເຫວ້.
|
ພິທີລົງນາມໃນບົດບັດທຶກວ່າດ້ວຍການຮ່ວມມື ໄລຍະ 2018 - 2020ທີ່ກອງປະຊຸມ
(ພາບ: Quoc Viet/TTXVN)
|
ແຂວງເທື່ອທຽນ - ເຫວ້ ມີເສັ້ນຊາຍແດນຮ່ວມກັບບັນດາທ້ອງຖິ່ນຂອງ ສປປ.ລາວ ລວມຄວາມຍາວ 80 Km. ເພື່ອສົມທົບກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ໃນໄລຍະ 6 ປີຜ່ານມາ, ແຂວງເທື່ອທຽນ - ເຫວ້ ໄດ້ແຕ່ງຕັ້ງຄະນະຜູ້ແທນໄປແຂວງສາລະວັນຫຼາຍຄະນະ ເພື່ອພົບປະ, ແລກປ່ຽນ; ພ້ອມທັງຈັດຕັ້ງການໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນຢູ່ເຂດພູດອຍເມືອງ ອາເລືອຍ ແລະ ແຂວງສາລະວັນ ເພື່ອປ້ອງກັນ, ສ້າງເສັ້ນຊາຍແດນສາມັກຄີ ແລະມິດຕະພາບ.
Tag:VOV / VOVworld / ຊາຍແດນ / ສາລະວັນ / ເທື່ອທຽນເຫວ້