ຂ່າວເດັ່ນ

ສູນ​ອະ​ນຸ​ລັກ​ ມໍ​ລະ​ດົກ​ທັງ​ລອງ - ຮ່າ​ໂນ້ຍ ຈັດ​ຕັ້ງຫຼາຍ​ກິດ​ຈະ​ກຳ​ຕ້ອນ​ຮັບ​ບຸນ​​ປີ​ໃໝ່​ປະ​ຈຳ​ຊາດ ປີ​ມະ​ເມຍ 2026

ສູນ​ອະ​ນຸ​ລັກ​ ມໍ​ລະ​ດົກ​ທັງ​ລອງ - ຮ່າ​ໂນ້ຍ ຈັດ​ຕັ້ງຫຼາຍ​ກິດ​ຈະ​ກຳ​ຕ້ອນ​ຮັບ​ບຸນ​​ປີ​ໃໝ່​ປະ​ຈຳ​ຊາດ ປີ​ມະ​ເມຍ 2026

(VOVWORLD) - ເຂດວາງສະແດງບຸນເຕັດປະເພນີ ໄດ້ວາດພາບ ບຸນເຕັດ ຂອງຄອບຄົວໜຶ່ງຢູ່ ທັງລອງ ດ້ວຍບັນດາຮີດຄອງປະເພນີບູຊາບັນພະບຸລຸດ, ແຂວນພາບແຕ້ມບຸນເຕັດ, ຫໍ່ເຂົ້າຕົ້ມ, ຂໍຕົວໜັງສືຍາມຕົ້ນປີໃໝ່, ອວຍພອນປີໃໝ່…

 ສູນອະນຸລັກ ມໍລະດົກທັງລອງ - ຮ່າໂນ້ຍ (ພາບ: TTXVN)

ໃນໂອກາດບຸນປີໃໝ່ປະຈຳຊາດ 2026,  ສູນອະນຸລັກ ມໍລະດົກທັງລອງ - ຮ່າໂນ້ຍ ໄດ້ຈັດຕັ້ງບັນດາກິດຈະກຳວັດທະນະທຳ, ພິທີກຳ ແລະ  ບຸນເຕັດ ຢູ່ເຂດມໍລະດົກ ພະລາຊະວັງ ທັງລອງ - ຮ່າໂນ້ຍ. ບັນດາກິດຈະກຳດັ່ງກ່າວດຳເນີນແຕ່ວັນທີ 1 ກຸມພາ 2026 (ກົງກັບວັນທີ 14 ເດືອນ 12 ໄລ່ຕາມຈັນທະປະຕິທິນປີ ມະເສງ 2025) ຮອດວັນທີ 25 ກຸມພາ 2026 (ກົງກັບວັນທີ 9 ເດືອນ 1 ໄລ່ຕາມຈັນທະປະຕິທິນປີມະເມຍ 2026), ເພື່ອວາດພາບບັນຍາກາດບຸນເຕັດ ສະໄໝລາຊະວົງ ເລຈຸງຮຶງ (1533 - 1789) ແລະ ບຸນເຕັດທັງລອງໃນເມື່ອກ່ອນ, ປະກອບສ່ວນແຜ່ກະຈາຍບັນດາຄຸນຄ່າມໍລະດົກວັດທະນະທຳຂອງຊາດ.

ພົ້ນເດັ່ນໃນລາຍການແມ່ນບັນດາການເຄື່ອນໄຫວວາງສະແດງຫົວເລື່ອງສະເພາະ. ເຂດວາງສະແດງບຸນເຕັດປະເພນີ ໄດ້ວາດພາບ ບຸນເຕັດ ຂອງຄອບຄົວໜຶ່ງຢູ່ ທັງລອງ ດ້ວຍບັນດາຮີດຄອງປະເພນີຄື: ບູຊາບັນພະບຸລຸດ, ແຂວນພາບແຕ້ມບຸນເຕັດ, ຫໍ່ເຂົ້າຕົ້ມ, ຂໍຕົວໜັງສືຍາມຕົ້ນປີໃໝ່, ອວຍພອນປີໃໝ່… ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ແລະ ສະຖາປັດຕະຍາກຳ ຄຸ້ມຖະໜົນຂອງທັງລອງໃນເມືອກ່ອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.