ຂ່າວເດັ່ນ

ສູນກາງຄະນະຊາວໜຸ່ມ ລາວ ຈັດຕັ້ງເວທີປາໄສ ກ່ຽວກັບແນວຄິດ ໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມຂອງ ລາວ

ສູນກາງຄະນະຊາວໜຸ່ມ ລາວ ຈັດຕັ້ງເວທີປາໄສ ກ່ຽວກັບແນວຄິດ ໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມຂອງ ລາວ

(VOVWORLD) - ວັນທີີ 09 ກໍລະກົດ, ຢູ່່ນະຄອນຫຼວງ ວຽງຈັນ, ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໄດ້ຈັດຕັ້ງເວທີປາໄສແລກປ່ຽນກ່ຽວກັບຊີວິດ, ພາລະກິດ ແລະ ແນວຄິດໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມ.

 ເວທີປາໄສ ກ່ຽວກັບແນວຄິດ ໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມຂອງ ລາວ (ພາບ: TTXVN)

        ເວທີປາໄສຄັ້ງນີ້ ແມ່ນເພື່ອໃຫ້ຊາວໜຸ່ມ, ຄົນລຸ້ນໜຸ່ມຂອງລາວ ມີໂອກາດໄດ້ຊອກຮູ້ກ່ຽວກັບຊີວິດ, ພາລະກິດ ແລະ ແນວຄິດ ໂຮ່ຈີມິນ ສໍາລັບຄົນລຸ້ນໜຸ່ມ. ທີ່ເວທີປາໄສ, ຊາວໜຸ່ມ, ສະມາຊິກຄະນະຊາວໜຸ່ມລາວ ໄດ້ຕັ້ງຄໍາຖາມເປັນຈໍານວນຫຼາຍ ເພື່ອຢາກຊອກຮູ້ກ່ຽວກັບຊີວິດ, ພາລະກິດຂອງປະທານໂຮ່ຈີມິນ; ຫຼື ໄລຍະ ໂຮ່ຈີມິນ  ຍັງມີຊີວິດຢູ່ກໍຄືບັນດາການປະກອບສ່ວນ, ການອຸທິດສ່ວນຂອງ ເພິ່ນຕໍ່ພາລະກິດແຫ່ງການປະຕິວັດ, ປົດປ່ອຍປະເທດຊາດຢູ່ຫວຽດນາມເວົ້າສະເພາະ ແລະ ຢູ່ ອິນດູຈີນເວົ້າລວມ. ທ່ານ ຫງວຽນບ໋າຫຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ທັງໄດ້ຕອບບັນດາຄໍາຖາມ ແລະ ແລກປ່ຽນກັບຊາວໜຸ່ມລາວ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບ ຊີວິດ, ພາລະກິດ ແລະ ພິເສດແມ່ນບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງ ປະທານໂຮ່ຈີມິນ ຕໍ່ຜົນສໍາເລັດຂອງການປະຕິວັດຫວຽດນາມ ແລະ ການປະຕິວັດລາວ.


This site is protected by reCAPTCHA and the Google Privacy Policy and Terms of Service apply.