ຂ່າວເດັ່ນ

ສືບ​ຕໍ່​ເຮັດ​ໃຫ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສິງ​ກະ​ໂປ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

ສືບ​ຕໍ່​ເຮັດ​ໃຫ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສິງ​ກະ​ໂປ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

(VOVWORLD) - ຕອນບ່າຍວັນທີ 10 ກຸມພາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອລົມທາງໂທລະສັບກັບທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ ແນໃສ່ສືບຕໍ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ເລິກເຊິ່ງຂຶ້ນຕື່ມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອລົມທາງໂທລະສັບກັບທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ (ພາບ: VOV)

ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສືບຕໍ່ໃຫ້ບຸລິມະສິດເປີດກວ້າງ ແລະ ຍົກລະດັບເຄືອຂ່າຍບັນດາເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ໄປສູ່ລຸ້ນທີ 2; ສູ້ຊົນບັນລຸ 30 ເຂດ VSIP ໃນປີ 2026. ພ້ອມດຽວກັນນັ້ນ, ກໍ່ສະເໜີໃຫ້ ສິງກະໂປ ສືບຕໍ່ເພີ່ມທະວີການນຳເຂົ້າບັນດາປະເພດສິນຄ້າຜະລິດຕະພັນກະເສດ; ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືການຄ້າເຂົ້າສານ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ສອງປະເທດ ກໍຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນໃນການກໍ່ສ້າງ ແລະ ພັດທະນາສູນການເງິນສາກົນ; ສົ່ງເສີມບັນດາທະນາຄານ, ກອງທຶນລົງທຶນ ແລະ ວິສາຫະກິດເຕັກໂນໂລຢີການເງິນຂອງ ສິງກະໂປ ເປີດກວ້າງການຮ່ວມມື ແລະ ການເຄື່ອນໄຫວໄລຍະຍາວຢູ່ ຫວຽດນາມ, ເປີດກວ້າງການລົງທຶນໃນຂົງເຂດພະລັງງານ, ການທ່ອງທ່ຽວ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ…

        ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence ເຫັນດີເປັນເອກະພາບຕັ້ງໜ້າຮ່ວມມືທາງດ້ານພະລັງງານ, ຂົງເຂດການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ພ້ອມທັງຢັ້ງຢືນ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ສົ່ງເສີມບັນດາມະຫາວິທະຍາໄລ ສິງກະໂປ ສະໜອງທຶນການສຶກສາ.

        ສອງຝ່າຍໃຫ້ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍປະສິດທິຜົນໃນປີ 2027 ເມື່ອ ຫວຽດນາມ ຮັບປະກັນບົດບາດເປັນເຈົ້າພາບຈັດປີ APEC  ແລະ ສິງກະໂປ ຮັບດຳລົງບົດບາດເປັນປະທານ ອາຊຽນ.

ລ້າຍຮວາ

 

This site is protected by reCAPTCHA and the Google Privacy Policy and Terms of Service apply.