ຂ່າວເດັ່ນ

ສືບ​ຕໍ່​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຂອງ ຫວຽດ​ນາມ ໃນ​ເວ​ທີ UNESCO

ສືບ​ຕໍ່​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຂອງ ຫວຽດ​ນາມ ໃນ​ເວ​ທີ UNESCO

(VOVWORLD) - ວັນທີ 12 ມັງກອນ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2021 ແລະ ທິດທາງແຜນການປີ 2022. ໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ - ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ເປັນປະທານກອງປະຊຸມ.

ກອງປະຊຸມສະຫຼຸບວຽກງານປີ 2021 ແລະ ທິດທາງແຜນການປີ 2022 (ພາບ: VOV5)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິຮົ່ງເວິນ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO,ໃຫ້ຮູ້ວ່າ:

        “ຫວຽດນາມ ຍາມໃດກໍໄດ້ຮັບການຕີລາຄາສູງ ຈາກອົງການ UNESCO ແລະ ບັນດາປະເທດສະມາຊິກ ຍ້ອນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຜັນຂະຫຍາຍໂຄງການຮ່ວມມືຂອງ UNESCO ຢ່າງມີປະສິດທິຜົນທີ່ສຸດ. ພວກເຮົາກໍມີປະສົບການໃນການເຂົ້າຮ່ວມບັນດາອົງການບໍລິຫານຂອງ UNESCO ໃນອາຍຸການກ່ອນ. ປະສົບການເຫຼົ່ານັ້ນ ຈະເປັນພື້ນຖານທີ່ດີເພື່ອໃຫ້ ຫວຽດນາມ ສືບຕໍ່ເຂົ້າຮ່ວມ, ຍົກສູງລະດັບການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນວຽກງານຂອງ UNESCO ກໍຄືປະຊາຄົມສາກົນໃນໄລຍະຈະມາເຖິງ”.

        ກອງປະຊຸມໄດ້ວາງອອກມາດຕະການຜັນຂະຫຍາຍປີ 2022 ແນໃສ່ຊຸກຍູ້ການປົກປ້ອງຜົນໂຫຍດແຫ່ງຊາດ, ໂຄສະນາພາດພົດຂອງປະເທດຊາດ, ປະຊາຊົນ ຫວຽດນາມ, ຢັ້ງຢືນ ສີສັນ, ຄຸນຄ່າວັດທະນະທຳຂອງ ຫວຽດນາມ ທີ່ມີຕໍ່ພາກພື້ນ ແລະ ໃນໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.