ຂ່າວເດັ່ນ

ສື່ມ​ວນ​ຊົນ ຈີນ ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ ປະ​ເທດ ຈີນ​ສີ​ຈີ້ນ​ຜິງ

ສື່ມ​ວນ​ຊົນ ຈີນ ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ ປະ​ເທດ ຈີນ​ສີ​ຈີ້ນ​ຜິງ

(VOVWORLD) - ໃນລະຫວ່າງວັນທີ 14 – 15 ເມສາ, ຂ່າວ ກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ການພົວພັນ ຫວຽດ - ຈີນ ໂດຍບັນດາສື່ມວນຊົນຂອງ ຈີນ ລົງຂ່າວເປັນຈຳນວນຫຼາຍ.

 ໜັງສືພິມລາຍວັນ People’s Daily, ຂ່າວກ່ຽວກັບການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິຈີ້ນຜິງ  ຢູ່ ຫວຽດນາມ (ພາບ: VOV)

 ໜັງສືພິມລາຍວັນ People’s Daily, ເຊິ່ງເປັນກະບອກສຽງຂອງຄະນະບໍລິຫານງານສູນກາງພັກ ຄອມມູນິດ ຈີນ, ໄດ້ສະຫງວນທັງໜ້າທີ 1,ທີ 2, ສ່ວນໜຶ່ງຂອງໜ້າທີ 3 ແລະ ໜ້າທີ່ 5 ເພື່ອໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ຄະນະຜູ້ແທນຂັ້ນສູງ ຈີນ ຢູ່ ຫວຽດນາມ, ບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບລະຫວ່າງສອງປະເທດ ແລະ ການພົວພັນ ຫວຽດ - ຈີນ.

        ສຳນັກຂ່າວສານ ຊີນຮວາ ໄດ້ໃຫ້ຂ່າວກ່ຽວກັບການພົບປະເຈລະຈາລະຫວ່າງເລຂາທິການໃຫຍ່ສອງທ່ານ. ບໍ່ພຽງແຕ່ໄດ້ລົງຂ່າວ, ບົດເປັນຈຳນວນຫຼາຍຂອງການຢ້ຽມຢາມ ແລະ ການພົວພັນ ຫວຽດນາມ - ຈີນ ເທົ່ານັ້ນ, ບັນດາອົງການສື່ມວນຊົນໃຫຍ່ຂອງ ຈີນ ຍັງໄດ້ແນະນຳສາລະຄະດີ, ຄຼິບ, ວິດີໂອກ່ຽວກັບວິຖີຊີວິດ, ອາຫານການກິນຂອງຊາວ ຮ່າໂນ້ຍ ແລະ ທັດຊະນີຍະພາບຂອງທົ່ວປະເທດ ຫວຽດນາມ ໃນສື່ສັງຄົມອອນໄລຕ່າງໆ ເພື່ອໃຫ້ປະຊາຊົນ ຈີນ ມີຄວາມເຂົ້າໃຈກ່ຽວກັບປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ ຫຼາຍກວ່າອີກ.

ບິກທ້ວນ


This site is protected by reCAPTCHA and the Google Privacy Policy and Terms of Service apply.