ຂ່າວເດັ່ນ

ສື່ມວນ​ຊົນ ລາວ ອອກ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ແຫ່ງ ສ​ປ​ປ.ລາວ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ສື່ມວນ​ຊົນ ລາວ ອອກ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ແຫ່ງ ສ​ປ​ປ.ລາວ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 16 ພຶດສະພາ, ໃນໜ້າທໍາອິດຂອງບັນດາໜັງສືພິມໃຫຍ່, ວິທະຍຸແຫ່ງຊາດ, ໂທລະພາບແຫ່ງຊາດ ລາວ ໄດ້ລົງຂ່າວຢ່າງຕໍ່ເນື່ອງ ກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ກໍຄືເຫດການທີ່ກ່ຽວຂ້ອງ.

 ສື່ມວນຊົນ ລາວ ອອກຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມສັນຖະວະໄມຕີ ແຫ່ງ ສປປ.ລາວ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ (ພາບ:ນັກຂ່າວ VOV ປະຈຳ ລາວ)

ໜັງສືພິມ ປະຊາຊົນ, ກອງທັບປະຊາຊົນ, ໜັງສືພິມປ້ອງກັນຄວາມສະຫງົບ ລ້ວນແຕ່ລົງຂ່າວກ່ຽວກັບການເຄື່ອນໄຫວເຂົ້າຮ່ວມພິທີເປີດໂຄງການສວນສາທາລະນະມິດຕະພາບ ລາວ - ຫວຽດນາມ ຂອງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາແຫ່ງຊາດ  ລາວ ໄຊສົມພອນ ພົມວິຫານ ຢູ່ນະຄອນຫຼວງ ວຽງຈັນ ໃນໜ້າທໍາອິດ.

        ໃນວັນດຽວກັນ, ໜັງສືພິມ VientianeTimes ສະບັບພາສາອັງກິດທີ່ໂດ່ງດັງທີ່ສຸດຂອງ ລາວ, ໜັງສືພິມລາຍວັນ ປະເທດລາວ, ໜັງສືພິມກອງທັບປະຊາຊົນລາວ ໄດ້ລົງບົດສຳພາດທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໃນໜ້າທຳອິດ ທີ່ເວົ້າກ່ຽວກັບການເຄື່ອນໄຫວທີ່ມີຄວາມໝາຍຂອງສອງປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ ແລະ ສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຮອບດ້ານ ລາວ - ຫວຽດນາມ ຄົບຮອບ 45 ປີ. ນອກຈາກນັ້ນ, ຍັງມີບົດຂຽນອື່ນໆ ໄດ້ລົງໃນໜັງສືພິມ ປະຊາຊົນ ເຊິ່ງໄດ້ວິເຄາະກ່ຽວກັບການຮ່ວມມືລະຫວ່າງ ລາວ ແລະ ຫວຽດນາມ ໃນປາງສົງຄາມຕໍ່ສູ້ປົດປ່ອຍຊາດ.

ນັກຂ່າວ VOV ປະຈຳ ລາວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.