ຂ່າວເດັ່ນ

ສື່ມວນ​ຊົນ​ສາ​ກົນ ຍົກໃຫ້ເຫັນຖາ​ນະ​ບົດ​ບາດຂອງ ຫວຽດ​ນາມ ແລະ ບົດ​ບາດ​ຂອງ​ສົນ​ທິ​ສັນ​ຍາ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ໄຊ​ເບີ​ທົ່ວ​ໂລກ

ສື່ມວນ​ຊົນ​ສາ​ກົນ ຍົກໃຫ້ເຫັນຖາ​ນະ​ບົດ​ບາດຂອງ ຫວຽດ​ນາມ ແລະ ບົດ​ບາດ​ຂອງ​ສົນ​ທິ​ສັນ​ຍາ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ໄຊ​ເບີ​ທົ່ວ​ໂລກ

(VOVWORLD) - ສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ ແມ່ນເອກະສານທຳອິດຂອງປະເພດນີ້ທີ່ໄດ້ຕັ້ງຊື່ນະຄອນຫຼວງ ຮ່າໂນ້ຍ ຂອງ ຫວຽດນາມ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນການຕີລາຄາສູງຂອງປະຊາຄົມສາກົນຕໍ່ການປະກອບສ່ວນຂອງ ຫວຽດນາມ ໃນການສ້າງເອກະສານ, ພ້ອມທັງແມ່ນການຮັບຮູ້ຢ່າງຈະແຈ້ງກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນບັນຫາສາກົນໃຫຍ່.

  ຕາມໜັງສືພິມ Geopolitical Monitor (ການາດາ) ແລະ Channelnewsasia (ສິງກະໂປ) ແລ້ວ, ເລື່ອງສະຫະປະຊາຊາດເລືອກ ຮ່າໂນ້ຍ ເປັນສະຖານທີ່ຈັດຕັ້ງພິທີລົງນາມສົນທິສັນຍາ ປສຊ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ແມ່ນບາດກ້າວສຳຄັນກ່ຽວກັບການຕ່າງປະເທດ ເມື່ອ ຫວຽດນາມ ເປັນເຈົ້າພາບຈັດເຫດການນີ້ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ຖານະບົດບາດຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນໃນເວທີສາກົນ. ນອກຈາກນັ້ນ, ເຫດການດັ່ງກ່າວ ກໍສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການເຂົ້າຮ່ວມສ້າງບັນດາຫຼັກເກນບໍລິຫານດີຈີຕອນທົ່ວໂລກ. ເລື່ອງເພີ່ມທະວີການຮ່ວມມືສາກົນຜ່ານສົນທິສັນຍາ ຮ່າໂນ້ຍ ຈະປະກອບສ່ວນຊ່ວຍໃຫ້ ຫວຽດນາມ ປົກປ້ອງ ແລະ ປັບປຸງພື້ນຖານເສດຖະກິດດີຈີຕອນທີ່ພວມພັດທະນາຢ່າງແຮງ.

ຕາມວິທະຍຸ Sputnik (ລັດເຊຍ), ສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ ແມ່ນເອກະສານທຳອິດຂອງປະເພດນີ້ທີ່ໄດ້ຕັ້ງຊື່ນະຄອນຫຼວງ ຮ່າໂນ້ຍ ຂອງ ຫວຽດນາມ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນການຕີລາຄາສູງຂອງປະຊາຄົມສາກົນຕໍ່ການປະກອບສ່ວນຂອງ ຫວຽດນາມ ໃນການສ້າງເອກະສານ, ພ້ອມທັງແມ່ນການຮັບຮູ້ຢ່າງຈະແຈ້ງກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນບັນຫາສາກົນໃຫຍ່. ໄປຄຽງຄູ່ກັນນັ້ນ, ບັນດານັກຊ່ຽວຊານຕ່າງປະເທດກໍຕີລາຄາຢ່າງຕັ້ງໜ້າຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນວຽກງານຮັບປະກັນຄວາມໝັ້ນຄົງທາງໄຊເບີຢູ່ພາຍໃນປະເທດ.


 

This site is protected by reCAPTCHA and the Google Privacy Policy and Terms of Service apply.