ຂ່າວເດັ່ນ

ສື່ມວນຊົນ ແອດສະປາຍ: ທ່ານນາຍົກລັດຖະມົນຕີ Pedro Sánchez ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມ

ສື່ມວນຊົນ ແອດສະປາຍ: ທ່ານນາຍົກລັດຖະມົນຕີ Pedro Sánchez ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມ

(VOVWORLD) - ວັນທີ 10 ເມສາ, ທ່ານນາຍົກລັດຖະມົນຕີ ແອດສະປາຍ Pedro Sánchez ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 8- 10 ເມສາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ສຳນັກຂ່າວສານ Europa Press  ໄດ້ຄັດຄຳເວົ້າຂອງທ່ານນາຍົກລັດຖະມົນຕີ Pedro Sánchez ໂດຍເນັ້ນຫນັກວ່າ ຫວຽດນາມ ແມ່ນປະເທດໃຫຍ່ຢູ່ ອາຊີ. (ພາບ: TTXVN)

ເມື່ອເຕື້ອງເຖິງການຢ້ຽມຢາມ, ສຳນັກຂ່າວສານ Europa Press ຂອງ ແອດສະປາຍ ໄດ້ຄັດຄຳເວົ້າຂອງທ່ານນາຍົກລັດຖະມົນຕີ Pedro Sánchez ໂດຍເນັ້ນຫນັກວ່າ ຫວຽດນາມ ມີບົດບາດນັບມື້ນັບເຕີບໃຫຍ່ໃນເວທີສາກົນ. 50 ປີພາຍຫລັງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ, ຫວຽດນາມ ບັນລຸໄດ້ການເຕີບໂຕເສດຖະກິດເປັນປົກກະຕິ ແລະເຂັ້ມແຂງ, ສະເລ່ຍປະມານ 6%/ປີ ໃນຕະຫລອດ 2 ທົດສະວັດຜ່ານມາ. ຕາມການນຳ ແອດສະປາຍແລ້ວ, ນີ້ແມ່ນຕົວເລກຫນ້າປະທັບໃຈ.

ແລະກໍຕາມ Europa Press ແລ້ວ, ທ່ານນາຍົກລັດຖະມົນຕີ Pedro Sánchez ຢືນຢັນ: ແອດສະປາຍ ພວມສ້າງຍຸດທະສາດການຕ່າງປະເທດໃຫມ່ ຊ່ວຍເພີ່ມທະວີການພົວພັນກັບບັນດາປະເທດທີ່ຂະຫຍັນຂັນເຄື່ອນ ແລະສຳຄັນ ຄື ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.