ຂ່າວເດັ່ນ

ສື່ມວນຊົນສາກົນໃຫ້ຂ່າວກ່ຽວກັບການສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມທີ 2 ກັນຍາ.

ສື່ມວນຊົນສາກົນໃຫ້ຂ່າວກ່ຽວກັບການສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມທີ 2 ກັນຍາ.

(VOVWORLD) -ໃນຊຸມມື້ຜ່ານມາ, ໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມທີ 2 ກັນຍາ (2/9/1945 – 2/9/2025) , ສື່ມວນຊົນສາກົນໄດ້ສົນໃຈເປັນພິເສດເຖິງເຫດການສຳຄັນນີ້. ນອກຈາກໄດ້ຍົກໃຫ້ເຫັນບັນດາຮູບພາບຂອງປະເທດ ແລະ ປະຊາຊົນຫວຽດນາມ, ສື່ມວນຊົນສາກົນຍັງໄດ້ລົງພິມບົດຄວາມຍ້ອງຍໍຊົມເຊີຍການພັດທະນາຢ່າງແຂງແຮງ ແລະ ບົດບາດສາກົນທີ່ສຳຄັນຂອງຫວຽດນາມ ໃນພາກພື້ນ ແລະ ໃນໂລກ.

ຫວຽດນາມ ຈັດຕັ້ງການເດີນຂະບວນສວນສະໜາມທີ່ມີຂອບຂະໜາດໃຫຍ່ດ້ວຍການເຂົ້າຮ່ວມຂອງກຳລັງທະຫານ, ຕຳຫຼວດ

    ໜັງສືພິມ Nikkei ຂອງຍີ່ປຸ່ນໄດ້ລົງພິມບົດສ່ອງແສງເຫດການສະເຫຼີມສະຫຼອງ 80 ປີແຫ່ງວັນຊາດທີ 2 ກັນຍາຢູ່ພາກພື້ນອາຊີ. ຕາມນັ້ນແລ້ວ, Nikkei ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຈັດຕັ້ງການເດີນຂະບວນສວນສະໜາມທີ່ມີຂອບຂະໜາດໃຫຍ່ດ້ວຍການເຂົ້າຮ່ວມຂອງກຳລັງທະຫານ, ຕຳຫຼວດ, ເປັນຂີດໝາຍ 80 ປີແຫ່ງວັນສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປະຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ . ໜັງສືພິມຍັງໄດ້ລົງພິມບົດກ່ຽວກັບການພັດທະນາເສດຖະກິດຂອງຫວຽດນາມໃນເດືອນຜ່ານມາ, ໃນນັ້ນໄພເງິນເຟີ້ຍັງຄົງຢູ່ທີ່ລະດັບ 3,17%. ເຖິງວ່າມີນະໂຍບາຍອັດຕາພາສີໃໝ່ຂອງອາເມລິກາ, ການສົ່ງອອກຍັງເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸ 42 ຕື້ USD.

     ສຳນັກຂ່າວສານ AP ຂອງອາເມລິກາ ໄດ້ໃຫ້ຂ່າວແລະຫຼາຍຮູບພາບຂອງນະຄອນ ຮ່າໂນ້ຍ ໃນຊຸມມື້ສະເຫຼີມສະຫຼອງວັນຊາດ. ຈາກການຟຶກຊ້ອມເດີນຂະບວນສວນສະໜາມ ຕະຫຼອດຮອດຜູ້ຄົນໃຊ້ທຸງຊາດຄຸມຕົວ, ນັກຂ່າວສາກົນໄດ້ສະແດງໃຫ້ເຫັນເຖິງບັນຍາກາດແຫ່ງຄວາມປິຕິຊົມຊືນ ແລະ ຄວາມພາກພູມໃຈທີ່ແຜ່ລາມໄປທົ່ວທຸກແຫ່ງຫົນ.


 

This site is protected by reCAPTCHA and the Google Privacy Policy and Terms of Service apply.