ຂ່າວເດັ່ນ

ຖ​ື​ໝາກ​ຜົນ​ຂອງ​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ ແມ່ນ 1 ໃນ​ມາດ​ຖານ​ຕີ​ລາ​ຄາ​ພະ​ນັກ​ງານ

ຖ​ື​ໝາກ​ຜົນ​ຂອງ​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ ແມ່ນ 1 ໃນ​ມາດ​ຖານ​ຕີ​ລາ​ຄາ​ພະ​ນັກ​ງານ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ບັນດາກຳລັງໜູນໃໝ່ພວມຊຸກຍູ້ຄື: ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ເສດຖະກິດເອກະຊົນ…ທີ່ຫາກໍ່ເລີ່ມຕົ້ນ, ຍັງບໍ່ມີໝາກຜົນແມ່ນຕ້ອງປັບປຸງ, ເພີ່ມທະວີ, ຊຸກຍູ້ກຳລັງໜູນທີ່ມີມາແຕ່ດົນນານ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 20 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກທົ່ວປະເທດກ່ຽວກັບການຊຸກຍູ້ກຳລັງໜູນການເຕີບໂຕໃນການລົງທຶນພາກລັດ ປີ 2025. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກຢູ່ສຳນັກງານລັດຖະບານ, ນະຄອນຫຼວງຮ່າໂນ້ຍ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນໃນທົ່ວປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ບັນດາກຳລັງໜູນໃໝ່ພວມຊຸກຍູ້ຄື: ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ເສດຖະກິດເອກະຊົນ…ທີ່ຫາກໍ່ເລີ່ມຕົ້ນ, ຍັງບໍ່ມີໝາກຜົນແມ່ນຕ້ອງປັບປຸງ, ເພີ່ມທະວີ, ຊຸກຍູ້ກຳລັງໜູນທີ່ມີມາແຕ່ດົນນານ, ໃນນັ້ນມີການຊຸກຍູ້ການລົງທຶນພາກລັດ. ທ່ານນາຍົກລັດຖະມົນຕີ ສະເໜີຍ້ອງຍໍສັນລະເສີນ, ມອບຂອງຂວັນໃຫ້ບັນດາກະຊວງຂະແໜງການ, ທ້ອງຖິ່ນທີ່ມີອັດຕາປ່ອຍເງິນລົງທຶນພາກລັດ ສູງ, ພ້ອມທັງຕຳໜິຕິຕຽນ ສຳລັບບັນດາກະຊວງຂະແໜງການ, ທ້ອງຖິ່ນທີ່ປ່ອຍເງິນລົງທຶນພາກລັດ ຊັກຊ້າ. ຕາມນັ້ນແລ້ວກໍ່ ຖືໝາກຜົນຂອງການປ່ອຍເງິນລົງທຶນແມ່ນ 1ໃນມາດຖານການຕີລາຄາພະນັກງານ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງພິລະຈານາລະບອບລະບຽບການຍັງມີຂໍ້ຕິດຂັດຫຍັງເພື່ອສືບຕໍ່ສະເໜີປັບປຸງ, ພິເສດຕ້ອງຄິດວ່າ ເປັນຫຍັງບັນດາກຸ່ມບໍລິສັດ, ວິສາຫະກິດເອກະຊົນພັດປ່ອຍເງິນລົງທຶນ ແລະ ຜັນຂະຫຍາຍບັນດາໂຄງການຢ່າງວ່ອງໄວ.

ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ ນັບແຕ່ຕົ້ນປີ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ມີການຊີ້ນຳວຽກງານຈັດແບ່ງ, ປ່ອຍເງິນລົງທຶນພາກລັດຢ່າງຂ້ຽວຂາດ, ຕິດແທດ, ຄົບຊຸດ ຖືນີ້ແມ່ນໜ້າທີ່ຈຸດສຸມ, ຮີບດ່ວນ ເພື່ອແນໃສ່ຊຸກຍູ້ການເຕີບໂຕ ແລະ ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ສຸມໃສ່ບູລະນະລະບອບລະບຽບການ ກ່ຽວກັບການລົງທຶນ, ຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດ, ຍົກສູງຄຸນນະພາບ ແລະ ຫັນແຫຼ່ງເງິນລົງທຶນເປັນຫຼາຍຮູບຫຼາຍແບບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.