ຂ່າວເດັ່ນ

ຖະ​ແຫຼງ​ການ​ຂອງ​ລັ​ດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ສະ​ພາບ​ການ​ພາກ​ພື້ນ​ຕາ​ເວັນ​ອອ​ກ​ກາງ

ຖະ​ແຫຼງ​ການ​ຂອງ​ລັ​ດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ສະ​ພາບ​ການ​ພາກ​ພື້ນ​ຕາ​ເວັນ​ອອ​ກ​ກາງ

(VOVWORLD) - ບັນດາປະເທດໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັງຕຶ່ງເພີ່ມຂຶ້ນຢູ່ພາກພື້ນ ຕາເວັນອອກກາງນັບແຕ່ວັນທີ 13 ມິຖຸນາ ແລະ ສະແດງຄວາມຊົມເຊີຍຕໍ່ຄຳສັ່ງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ອີຣານໃນວັນທີ 24 ມິຖຸນາ.

ວັນທີ 26 ມິຖຸນາ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ ໄດ້ອອກຖະແຫຼງການກ່ຽວກັບສະພາບການຢູ່ພາກພື້ນ ຕາເວັນອອກກາງ. ຕາມນັ້ນແລ້ວ, ບັນດາປະເທດໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັງຕຶ່ງເພີ່ມຂຶ້ນຢູ່ພາກພື້ນ ຕາເວັນອອກກາງນັບແຕ່ວັນທີ 13 ມິຖຸນາ ແລະ ສະແດງຄວາມຊົມເຊີຍຕໍ່ຄຳສັ່ງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ອີຣານໃນວັນທີ 24 ມິຖຸນາ.

ໃນຖະແຫຼງການ, ບັນດາປະເທດ ອາຊຽນ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍເຄົາລົບຄຳສັ່ງຢຸດຍິງ ແລະ ຫຼີກລ້ຽງການເຮັດໃຫ້ສະພາບການປະທະກັນເພີ່ມຂຶ້ນ. ອາຊຽນ ຢັ້ງຢືນຄືນໃໝ່ພັນທະຂອງທຸກປະເທດໃນການແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນຂອງທຸກປະເທດ, ສອດຄ່ອງກັບກົດໝາຍສາກົນ ລວມມີກົດບັດ ສປຊ. ອາຊຽນ ເນັ້ນໜັກເຖິງພັນທະປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນໃນບັນດາການປະທະກັນດ້ວຍອາວຸດ, ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ.

This site is protected by reCAPTCHA and the Google Privacy Policy and Terms of Service apply.