ຂ່າວເດັ່ນ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ອັງ​ໂກ​ລາ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ອັງ​ໂກ​ລາ

(VOVWORLD) - ວັນທີ 08 ສິງຫາ, ຫວຽດນາມ ແລະ ອັງໂກລາ ໄດ້ອອກຖະແຫຼງການຮ່ວມ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ອັງໂກລາ ແຕ່ວັນທີ 06 – 08 ສິງຫາ 2025 ຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ ຕາມຄຳເຊື້ອເຊີນຂອງທ່ານ João Manuel Gonçalves Lourenço ປະທານາທິບໍດີ ອັງໂກລາ ແລະ ພັນລະຍາ.

ທ່ານ ເລືອງເກືອງ ປະທານປະທເດ ຫວຽດນາມ ແລະ ທ່ານ João Manuel Gonçalves Lourenço ປະທານາທິບໍດີ ອັງໂກລາ 

ຖະແຫຼງການຮ່ວມໃຫ້ຮູ້ວ່າ ໃນການຢ້ຽມຢາມ, ທ່ານ ເລືອງເກືອງ ໄດ້ພົບປະກັບທ່ານ João Manuel Gonçalves Lourenço ປະທານາທິບໍດີ ອັງໂກລາ; ທ່ານນາງ Carolina Cerqueira ປະທານສະພາແຫ່ງຊາດ ແລະ ກ່າວຄຳປາໄສນະໂຍບາຍຢູ່ວາລະປະຊຸມຄົບຄະນະພິເສດຂອງສະພາແຫ່ງຊາດ ອັງໂກລາ. ທ່ານ ເລື່ອງເກື່ອງ ກໍໄດ້ວາງພວງມາລາຢູ່ເສັ້ນທາງຫຼວງ ໂຮ່ຈີມິນ ແລະ ອະນຸສາວະລີນັກຮົບນິລະນາມ ອັງໂກລາ; ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອັງໂກລາ; ຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານ ອັງໂກລາ ຢູ່ນະຄອນຫຼວງ Luanda.

        ຖະແຫຼງການຮ່ວມກໍໄດ້ຊີ້ແຈ້ງວ່າ ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການເຈລະຈາ, ມຸ່ງໄປເຖິງການລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບ; ສອງຝ່າຍແບ່ງປັນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເພີ່ມທະວີການສົມທົບ, ສະໜັບສະໜູນຫຼັກໝັ້ນຂອງກັນໃນບັນຫາພາກພື້ນ ແລະ ສາກົນ, ປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ແຕ່ລະພາກພື້ນ ແລະ ໃນໂລກ. ສອງຝ່າຍໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງສອງປະເທດດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ປະເທດຂອງກັນ.

ຫວຽດເກື່ອງ

This site is protected by reCAPTCHA and the Google Privacy Policy and Terms of Service apply.