ຂ່າວເດັ່ນ

ທະ​ຫານ ອິດ​ສະ​ຣາ​ແອັນ ສືບ​ຕໍ່​ຍິງ​ປືນ​ເຂົ້າ​ຊາວ ປາ​ແລັດ​ສະ​ຕິນ ຢູ່​ເຂດ ກາ​ຊາ

ທະ​ຫານ ອິດ​ສະ​ຣາ​ແອັນ ສືບ​ຕໍ່​ຍິງ​ປືນ​ເຂົ້າ​ຊາວ ປາ​ແລັດ​ສະ​ຕິນ ຢູ່​ເຂດ ກາ​ຊາ

(VOVWORLD) - ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຢັ້ງຢືນວ່າ ກອງທັບອາກາດປະເທດນີ້ໄດ້ດຳເນີນການບຸກໂຈມຕີເລັ່ງໃສ່ກຸ່ມ 3 ມືປືນທີ່ຖືກສົງໄສວ່າ ໄດ້ຂ້າມຊາຍແດນຄຳຢູ່ເຂດ Khan Younis ໂດຍກອງທັບ ອິດສະຣາແອັນ ກຳລັງຄວບຄຸມ.

ປະຊາຊົນ ປາແລັດສະຕິນ ພັກຜ່ອນຢູ່ກາງຊາກຫັກພັງ, Khan Younis ເຂດ ກາຊາ ວັນທີ 24 ພະຈິກ 2025 
(ພາບ:  REUTERS/Ramadan Abed)

ສື່ມວນຊົນ ແລະ ວົງການຜູ້ມີໜ້າທີ່ຮັບຜິດຊອບດ້ານສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີ 3 ຄົນເສຍຊີວິດໃນສອງບັ້ນບຸກໂຕມຕີຕ່າງຫາກຂອງກອງທັບ ອິດສະຣາແອັນຢູ່ເຂດ ກາຊາ ໃນວັນທີ 24 ພະຈິກ. ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຢັ້ງຢືນວ່າ ກອງທັບອາກາດປະເທດນີ້ໄດ້ດຳເນີນການບຸກໂຈມຕີເລັ່ງໃສ່ກຸ່ມ 3 ມືປືນທີ່ຖືກສົງໄສວ່າ ໄດ້ຂ້າມຊາຍແດນຄຳຢູ່ເຂດ Khan Younis ໂດຍກອງທັບ ອິດສະຣາແອັນ ກຳລັງຄວບຄຸມ. IDF ຢັ້ງຢືນວ່າ ບັນດາມືປືນຖືກສົງໄສວ່າ ໄດ້ລະເມີດຄຳສັ່ງຢຸດຍິງທີ່ມີຜົນສັກສິດແຕ່ຕົ້ນເດືອນ ຕຸລາ ຢູ່ເຂດ ກາຊາ ແລະ ສ້າງຄວາມສ່ຽງນາບຂູ່ໂດຍກົງຕໍ່ທະຫານ ອິດສະຣາແອັນ, ເຮັດໃຫ້ທະຫານ ອິດສະຣາແອັນ ຈຳເປັນຕ້ອງດຳເນີນການກະທຳດັບສູນຄວາມສ່ຽງດັ່ງກ່າວ.

ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.