ຂ່າວເດັ່ນ

ທະ​ນາ​ຄານ UOB: 80% ວິ​ສາ​ຫະ​ກິດ ຫວຽດ​ນາມ ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ນະ​ໂຍ​ບາຍ​ພາ​ສີ​​ອາ​ກອນຂອງ ອາ​ເມ​ລິ​ກາ

ທະ​ນາ​ຄານ UOB: 80% ວິ​ສາ​ຫະ​ກິດ ຫວຽດ​ນາມ ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ນະ​ໂຍ​ບາຍ​ພາ​ສີ​​ອາ​ກອນຂອງ ອາ​ເມ​ລິ​ກາ

(VOVWORLD) - ໝາກຜົນການຄົ້ນຄວ້າແງ່ຫວັງວິສາຫະກິດປີ 2025 ຂອງທະນາຄານ UOB ຫວຽດນາມ ທີ່ປະກາດໃນວັນທີ25 ມິຖຸນາ ໄດ້ຊີ້ໃຫ້ເຫັນວ່າ ສ່ວນໃຫຍ່ວິສາຫະກິດ ຫວຽດນາມ ພວມເປັນເຈົ້າການຮັບມື ແລະ ປາດຖະໜາວ່າ ຈະໄດ້ຮັບການຊ່ວຍເຫຼືອດ້ານການເງິນ ເພື່ອຮັກສາທ່າເຕີບໂຕແບບຍືນຍົງ.

(ພາບປະກອບ:  VOV)

        ລະອຽດ, ຕາມໝາກຜົນການສຳຫຼວດຂອງ UOB ສຳລັບວິສາຫະກິດ 800 ແຫ່ງພາຍຫຼັງ ອາເມລິກາ ປະກາດນະໂຍບາຍຈັດວາງອັດຕາພາສີສົມທົບ 46% ສຳລັບ ຫວຽດນາມ ໃນວັນທີ 02 ເມສາ 2025, ມີ 80% ວິສາຫະກິດ ຫວຽດນາມ ໄດ້ເປັນເຈົ້າການຜັນຂະຫຍາຍບັນດາມາດຕະການ ເພື່ອແນໃສ່ຮັບມືກັບບັນດາຜົນກະທົບທີ່ອາດຈະເກີດຂຶ້ນ; 60% ວິສາຫະກິດ ຫວຽດນາມ ຍັງຄົງມີແນວຄິດຕັ້ງໜ້າຕໍ່ແງ່ຫວັງໃນປີໜ້າ, ໃນນັ້ນ 46% ວິສາຫະກິດ ໃຫ້ຮູ້ວ່າ, ຈະຍູ້ໄວແຜນການເປີດກວ້າງຕະຫຼາດຕ່າງປະເທດ ເຖິງວ່າສະພາບແວດລ້ອມດຳເນີນທຸລະກິດຍັງມີການປັ່ນປ່ວນຫຼາຍຢ່າງ.

        ຕາມ UOB, ບັນດາວິສາຫະກິດ ຫວຽດນາມ ພວມປະຕິບັດຫຼາຍມາດຕະການເຊັ່ນ ຫັນບັນດາບໍລິສັດສະໜອງເປັນຫຼາຍຮູບຫຼາຍແບບ, ເພີ່ມທະວີການຜະລິດຢູ່ພາຍແລະ ຫຼຸດຜ່ອນການເອື່ອຍອີງຕະຫຼາດ ອາເມລິກາ. ເກືອບ 70% ວິສາຫະກິດມີຄວາມຫວັງວ່າ ການຄ້າພາຍໃນກຸ່ມ ອາຊຽນ ຈະເພີ່ມລະດັບຄວາມໄວການເຕີບໂຕ.


This site is protected by reCAPTCHA and the Google Privacy Policy and Terms of Service apply.