ຂ່າວເດັ່ນ

ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໂດ​ມີ​ນີ​ກາ

ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໂດ​ມີ​ນີ​ກາ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີ ໃຫ້ສອງຝ່າຍສືບຕໍ່ເພີ່ມທະວີບັນດາການຢ້ຽມຢາມ ແລະ ພົບປະທຸກຂັ້ນ, ເຊື່ອມຕໍ່ກັບບັນດາກະຊວງ, ຂະແໜງການ ແລະ ປະຊາຄົມວິສາຫະກິດ, ສົມທົບທັດສະນະ ແລະ ສະໜັບສະໜູນບັນດາການປະພຶດຂອງກັນຢູ່ ສປຊ ແລະ ບັນດາເວທີປາໄສຫຼາຍຝ່າຍ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ  ແລະ ທ່ານ Vince Henderson ລັດຖະມົນຕີການຕ່າງປະເທດ, ການຄ້າຕ່າງປະເທດ, ການຄ້າ ແລະ ພະລັງງານ ໂດມີນີກາ (ພາບ: VOV)

ຕອນບ່າຍວັນທີ 28 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະເຈລະຈາກັບທ່ານ Vince Henderson ລັດຖະມົນຕີການຕ່າງປະເທດ, ການຄ້າຕ່າງປະເທດ, ການຄ້າ ແລະ ພະລັງງານ ໂດມີນີກາ ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 27 – 29 ພຶດສະພາ.

ທີ່ການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີ ໃຫ້ສອງຝ່າຍສືບຕໍ່ເພີ່ມທະວີບັນດາການຢ້ຽມຢາມ ແລະ ພົບປະທຸກຂັ້ນ, ເຊື່ອມຕໍ່ກັບບັນດາກະຊວງ, ຂະແໜງການ ແລະ ປະຊາຄົມວິສາຫະກິດ, ສົມທົບທັດສະນະ ແລະ ສະໜັບສະໜູນບັນດາການປະພຶດຂອງກັນຢູ່ ສປຊ ແລະ ບັນດາເວທີປາໄສຫຼາຍຝ່າຍ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ກໍ່ຢັ້ງຢືນວ່າ ພ້ອມແລ້ວທີ່ຈະເປັນປະຕູເຂົ້າອອກເພື່ອຊ່ວຍຊຸກຍູ້ການພົວພັນຂອງ ໂດມີນີກາ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ທ່ານຕີລາຄາສູງຂໍ້ສະເໜີຂອງ ໂດມີນີກາ ໃນການສ້າງຕັ້ງສະຖານທູດ ແລະ ສົ່ງເອກອັກຄະລັດຖະທູດຜູ້ທຳອິດມາປະຈຳຢູ່ ຫວຽດນາມ ແລະ ແຈ້ງໃຫ້ຊາບວ່າ ລັດຖະບານຫວຽດນາມໄດ້ຕົກລົງຕໍ່ຂໍ້ສະເໜີນີ້ແລ້ວ.

ສ່ວນທ່ານລັດຖະມົນຕີ Vince Henderson ຢັ້ງຢືນວ່າ ໂດມີນີກາ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກ ເພີ່ມທະວີການພົວພັນກັບ ຫວຽດນາມ, ທ່ານພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາເມລິກກາ ລາຕິນ ແລະ Caribe. ທ່ານ Vince Henderson ເຫັນດີຕໍ່ບັນດາຂໍ້ສະເໜີຈາກຝ່າຍ ຫວຽດນາມ, ທ່ານເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືໃນຂົງເຂດກໍ່ສ້າງ, ການທ່ອງທ່ຽວ ແລະ ວິທະຍາສາດເຕັກໂນໂລຢີ, ທ່ານສະແດງຄວາມຊົມເຊີຍ ແລະ ສົ່ງເສີມບັນດາວິສາຫະກິດ ຫວຽດນາມ ມາລົງທຶນຢູ່ ໂດມີນີກາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.