ຂ່າວເດັ່ນ

ທ່ານ ບຸ່ຍ​ແທັງ​ເຊີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ: ຮັບ​ປະ​ກັນ​ໃຫ້​ພິ​ທີ​ເປີດເຊັນ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ທີ່​ສຸດ

ທ່ານ ບຸ່ຍ​ແທັງ​ເຊີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ: ຮັບ​ປະ​ກັນ​ໃຫ້​ພິ​ທີ​ເປີດເຊັນ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ທີ່​ສຸດ

(VOVWORLD) - ພິທີເປີດເຊັນສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ບັນດາເຫດການທີ່ກ່ຽວຂ້ອງຢູ່ ຫວຽດນາມ (ຄະນະຊີ້ນຳພິທີເປີດເຊັນສົນທິສັນຍາ ຮ່າໂນ້ຍ) ຈະຈັດຂຶ້ນໃນລະຫວ່າງວັນທີ 25 – 26 ຕຸລາ 2025 ຢູ່ຮ່າໂນ້ຍ.

ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ  ເປັນປະທານວາລະປະຊຸມ (ພາບ: VGP)

ຕອນບ່າຍວັນທີ 13 ຕຸລາ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ  ໄດ້ເປັນປະທານວາລະປະຊຸມຂອງຄະນະຊີ້ນຳພິທີເປີດເຊັນສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ບັນດາເຫດການທີ່ກ່ຽວຂ້ອງຢູ່ ຫວຽດນາມ (ຄະນະຊີ້ນຳພິທີເປີດເຊັນສົນທິສັນຍາ ຮ່າໂນ້ຍ) ໃນລະຫວ່າງວັນທີ 25 – 26 ຕຸລາ 2025 ຢູ່ຮ່າໂນ້ຍ. ໄລ່ຮອດວັນທີ 8 ຕຸລາ, ໄດ້ມີກວ່າ 100 ຄະນະຜູ້ແທນຂອງປະເທດສະມາຊິກ ສປຊ ແລະ ອົງການຈັດຕັ້ງສາກົນ ໂດຍການນຳຂັ້ນສູງ, ການນຳຂະແໜງການບັນດາກະຊວງ, ອົງການຈັດຕັ້ງສາກົນເປັນຫົວໜ້າຄະນະ ໄດ້ຢັ້ງຢືນຈະເຂົ້າຮ່ວມພິທີເປີດເຊັນ. ນອກຈາກນັ້ນແລ້ວ ຍັງມີ 8 ວາລະໂອ້ລົມສົນທະນາ, 32 ກອງປະຊຸມສຳມະນາ, ກວ່າ  20 ງານວາງສະແດງຂອງບັນດາປະເທດ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ຄວາມປອດໄພໄຊເບີ ແລະ ຕ້ານອາຊະຍາກຳທາງອິນເຕີເນັດ.

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ບັນດາ ອະນຸກຳມະການສືບຕໍ່ຕັ້ງໜ້າ, ເປັນເຈົ້າການຊຸກຍູ້ຜັນຂະຫຍາຍໜ້າທີ່, ຮັບປະກັນຄຸນນະພາບ ແລະ ວັນເວລາ ໃຫ້ພິທີເປີດເຊັນສົນທິສັນຍາ ປະສົບຜົນສຳເລັດຢ່າງຈົບງາມທີ່ສຸດ.


 

This site is protected by reCAPTCHA and the Google Privacy Policy and Terms of Service apply.