ຂ່າວເດັ່ນ

ທ່ານ ເຈິ່ນແທັງເໝີ້ນ ຮັບດຳລົງຕຳແໜ່ງປະທານສະພາແຫ່ງຊາດຊຸດທີ 16 ຄືນໃໝ່

[VOVWORLD] - ຕອນເຊົ້າວັນທີ 06 ເມສາ, ຢູ່ ຮ່າໂນ້ຍ, ທີ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ໄດ້ເລືອກຕັ້ງທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດຊຸດທີ 15, ສະມາຊິກສະພາແຫ່ງຊາດຊຸດທີ 16 ດຳລົງຕຳແໜ່ງປະທານສະພາແຫ່ງຊາດປະເທດ ສສ.ຫວຽດນາມ ຊຸດທີ 16, ດ້ວຍບັດເຫັນດີ 100%.

ສາ​ບານ​ຕົວ​ຕໍ່​ສະ​ພາ​ແຫ່ງ​ຊາດ, ທ່ານ​ ເຈິ່ນ​ແທັງ​ເໝີ້ນ, ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16 ຢືນ​ຢັນ​ວ່າ:

“ພາຍ​ໃຕ້​ທຸງແດງ​ດາວ​ເຫຼືອງ​ທີ່​ສັກ​ສິດ​ຂອງ​ປະ​ເທດ​ຊາດ, ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ ແລະ ພໍ່​ແມ່​ປະ​ຊາ​ຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ, ຂ້າ​ພະ​ເຈົ້າ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ແຫ່ງປະ​ເທດ​ ສ​ສ.ຫວຽດ​ນາມ, ສາ​ບານ​ຕົວ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ, ຕໍ່​ປະ​ຊາ​ຊົນ, ລັດ​ຖະ​ທຳ​ມະ​ນູນ​ຂອງ​ປ​ະ​ເທດ ສ​ສ.ຫວຽດ​ນາມ; ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງ​ພັກ, ລັດ ແລະ ປະ​ຊ​າ​ຊົນ​ມອບ​ໝາຍ​ໃຫ້”.

ກ່າວ​ຄຳ​ເຫັນ​ຮັບ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ຊີ້​ແຈ້ງວ່າ ນີ້​ແມ່ນ​ຄວາມ​ເປັນ​ກຽດ​ຢ່າງ​ໃຫຍ່​ຫຼວງ, ທັງ​ແມ່ນ​ຄວາມ​ຮັ​ບ​ຜິດ​ຊອບ​ອັນ​ສູງ​ສົ່ງ​ຂອງ​ທ່ານ​ຕໍ່​​ພັກ, ລັດ, ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຊີ້​ແຈ້ງວ່​າ:

“ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 16 ຈະ​ສືບ​ຕໍ່​ມ​ານະ​ພະ​ຍາ​ຍາມ​ສູ້​ຊົນ, ສົມ​ເປັນ​ສະ​ພາ​ແຫ່ງ​ຊາດ​ຂອງ​ປະ​ຊາ​ຊົນ, ໂດຍປະ​ຊາ​ຊົນ ເພື່ອ​ປະ​ຊາ​ຊົນ, ເປັນ​ອົງ​ການ​ຜູ້​ແທນ​ສູງ​ສຸດ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ; ປະ​ຕິ​ບັດ​ໜ້າ​ທີ່, ສິດ​​ອຳ​ນາດທີ່​ໄດ້​ກຳ​ນົດ​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ປະ​ເທດ ສ​ສ.ຫວຽດ​ນາມ ແລະ ໜ້າ​ທີ່​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ມອບ​ໝາຍ​ໃຫ້. ຂ້າ​ພະ​ເຈົ້າ​ໝັ້ນ​ໝາຍ​ຈະ​ອຸ​ທິດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະ​ຊາ​ຊົນ; ສຸມ​ໃສ່​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​​ບຸນ​ແບບ​ເພື່ອ​ໃຫ້ປະ​ເທດ ​ພັດ​ທະ​ນາ​​ຢ່າງວ່ອງ​ໄວ, ຍື​ນ​ຍົງ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.