ຂ່າວເດັ່ນ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ຊັກ​ສະ​ຖານ ປະ​ຈຳ ຫວຽດ​ນາມ: ການ​ພົວ​ພັນ ຫວຽດ​ນາມ - ກາ​ຊັກ​ສະ​ຖານ​ກ້າວ​ເຂົ້າ​ສູ່ ໄລ​ຍະ​ພັດ​ທະ​ນາ​ດີສຸດ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ຊັກ​ສະ​ຖານ ປະ​ຈຳ ຫວຽດ​ນາມ: ການ​ພົວ​ພັນ ຫວຽດ​ນາມ - ກາ​ຊັກ​ສະ​ຖານ​ກ້າວ​ເຂົ້າ​ສູ່ ໄລ​ຍະ​ພັດ​ທະ​ນາ​ດີສຸດ

(VOVWORLD) - ຕາມທ່ານ Kanat Tumysh ເອກອັກຄະລັດຖະທູດ ກາຊັກສະຖານ ໂດຍສືບຕໍ່ການຢ້ຽມຢາມ ຫວຽດນາມໃນປີ 2023 ຂອງທ່ານປະທານາທິບໍດີ ກາຊັກສະຖານ Jomart Tokayev, ການຢ້ຽມຢາມ ກາຊັກສະຖານຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະຍົກລະດັບການພົວພັນລະຫວ່າງສອງປະເທດ ຂຶ້ນສູ່ລະດັບສູງໃໝ່.

ທ່ານ Kanat Tumysh ເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳ ຫວຽດນາມ (ພາບ: VTC)

ການພົວພັນ ຫວຽດນາມ - ກາຊັກສະຖານ ໄດ້ກ້າວເຂົ້າສູ່ ໄລຍະພັດທະນາດີສຸດ ດ້ວຍການຮ່ວມມືເປີດກວ້າງ ແລະ ມີຄວາມໄວ້ເນື້ອເຊື່ອໃຈບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນການພົວພັນສອງຝ່າຍໃນໄລຍະຈະມາເຖິງ. ນີ້ແມ່ນຂໍ້ສັງເກດຂອງທ່ານ Kanat Tumysh ເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳ ຫວຽດນາມ ກ່ອນການຢ້ຽມຢາມທາງລັດຖະກິດ ຢູ່ ກາຊັກສະຖານ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນລະຫວ່າງວັນທີ 5 – 7 ພຶດສະພາ.

ຕາມທ່ານ Kanat Tumysh ເອກອັກຄະລັດຖະທູດ ກາຊັກສະຖານ ໂດຍສືບຕໍ່ການຢ້ຽມຢາມ ຫວຽດນາມໃນປີ 2023 ຂອງທ່ານປະທານາທິບໍດີ ກາຊັກສະຖານ Jomart Tokayev, ການຢ້ຽມຢາມ ກາຊັກສະຖານຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະຍົກລະດັບການພົວພັນລະຫວ່າງສອງປະເທດ ຂຶ້ນສູ່ລະດັບສູງໃໝ່.

ທ່ານ ເອກອັກຄະລັດຖະທູດ ເນັ້ນໜັກວ່າພື້ນຖານໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈນີ້ແມ່ນເລື່ອງສອງປະເທດບັນລຸໄດ້ຫຼາຍໝາກຜົນຮ່ວມມືທີ່ສຳຄັນໃນໄລຍະຜ່ານມາ, ພົ້ນເດັ່ນແມ່ນວົງເງິນການຄ້າສອງຝ່າຍໃນປີ 2024 ບັນລຸເກືອບ 1 ຕື້ USD, ເພີ່ມຂຶ້ນທົບເກືອບ 4 ເທົ່າເມື່ອທຽບໃສ່ກັບປີ 2021, ຜ່ານນັ້ນນຳ ກາຊັກສະຖານ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ໃນສະຫະພາບເສດຖະກິດ ອາຊີ - ເອີລົບ(EAEU)  ແລະ ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 2 ຂອງກາຊັກສະຖານ ໃນອາຊຽນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.