ຂ່າວເດັ່ນ

ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ: ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຈະ​ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່

ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ: ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຈະ​ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່

(VOVWORLD) - ປະຫວັດສາດການປະຕິວັດ ຫວຽດນາມ ໄດ້ຈົດຈຳບົດບາດຄວາມພິລະອາດຫານ, ຢຶດໝັ້ນຄວາມຈົ່ງຮັກພັກດີ ແລະ ບັນດາພະນັກງານຜູ້ປະຕິວັດອາວຸໂສການ, ບັນດາອະດີດນັກຮົບ, ອະດີດຊາວໜຸ່ມຕະລຸນບ່ອນ ແລະ ກອງທະຫານລາດປ້ອງກັນຕົວ, ບັນດາຜູ້ຄົນໄດ້ເສຍສະຫຼະເລືອດເນື້ອຂອງຕົນເພື່ອພື້ນຖານເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດຊາເປັນເອກະພາບ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

“ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະກຳນົດຮູບແບບການເຕີບໂຕໃໝ່ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່”. ນີ້ແມ່ນສານໂດຍທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມຍົກອອກມາຢູ່ກອງປະຊຸມພົບປະລະຫວ່າງ ການນຳພັກ, ລັດ ກັບພະນັກງານຜູ້ອາວຸໂສການປະຕິວັດ, ຜູ້ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍດີເດັ່ນເຂດພາກໃຕ້ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 21 ເມສາຢູ່ນະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 - 30/04/2025).

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມຢັ້ງຢືນວ່າ ປະຫວັດສາດການປະຕິວັດ ຫວຽດນາມ ໄດ້ຈົດຈຳບົດບາດຄວາມພິລະອາດຫານ, ຢຶດໝັ້ນຄວາມຈົ່ງຮັກພັກດີ ແລະ ບັນດາພະນັກງານຜູ້ປະຕິວັດອາວຸໂສການ, ບັນດາອະດີດນັກຮົບ, ອະດີດຊາວໜຸ່ມຕະລຸນບ່ອນ ແລະ ກອງທະຫານລາດປ້ອງກັນຕົວ, ບັນດາຜູ້ຄົນໄດ້ເສຍສະຫຼະເລືອດເນື້ອຂອງຕົນເພື່ອພື້ນຖານເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດຊາເປັນເອກະພາບ ແລະ ຜູ້ຄົນຍັງອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ການພັດທະນາ ຂອງປະເທດຊາດໃນປັດຈຸບັນ. ທ່ານເລຂາທິການໃຫຍ່ ໂຕເລິມ ແຈ້ງໃຫ້ບັນດາຜູ້ແທນຮັບຊາບບັນດາບັນຫາສຳຄັນຂອງປະເທດຊາດ, ບັນດາແຜນນະໂຍບາຍເຊິ່ງພັກ, ລັດ ຈະຜັນຂະຫຍາຍໃນໄລຍະຈະມາເຖິງ. ທ່ານໃຫ້ຮູ້ວ່າ:

ເພື່ອພັດທະນາບັນດາວຽກງງານນີ້, ໃນເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ກຳນົດຮູບແບບການເຕີບໂຕໃໝ່ຂອງພື້ນຖານເສດຖະກິດແຫ່ງຊາດ ແລະ ສ້າງພື້ນຖານການສຶກສາແຫ່ງຊາດທີ່ທັນສະໄໝທຽບເທົ່າກັບລະດັບພາກພື້ນ ແລະ ໂລກ. ພວກຂ້າພະເຈົ້າຈະປະກາດມະຕິກ່ຽວກັບການສຶກສາບຳລຸງສ້າງດ້ວຍເປົ້າໝາຍຈົນຮອດປີ 2045, ພວກເຮົາຕ້ອງມີຊາວໜຸ່ມທີ່ມີຄຸນນະທາດຢ່າງພຽງພໍ, ມີຈິນຕະນາການ, ພູມປັນຍາ, ມີສຸຂະພາບແຂງແຮງ, ມີລະດັບສູງເພື່ອສືບທອດພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ທ່ານເລຂາທິການໃຫຍ່ ໂຕເລີມ ພົບປະກັບ ບັນດານາຍທະຫານ, ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ, ອະດີດຊາວໜຸ່ມຕະລຸ່ມບອນ, ນັກສືບຂ່າວ ປະຊາຊົນຜູ້ເຂົ້າຮ່ວມໂດຍກົງໃນບັ້ນຮົບໂຮ່ຈິມິນປະຫວັດສາດ

ໂດຍສືບຕໍ່ການເຄື່ອນໄຫວຢູ່ນະຄອນໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍ ພາກໃຕ້  ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຕອນບ່າຍວັນທີ 21 ເມສາ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ໂອ້ລົມກັບຜູ້ແທນຫຼາຍກ່ວາ 400 ຄົນ, ໃນນັ້ນມີບັນດານາຍທະຫານ, ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ, ອະດີດຊາວໜຸ່ມຕະລຸ່ມບອນ, ນັກສືບຂ່າວ ປະຊາຊົນຜູ້ເຂົ້າຮ່ວມໂດຍກົງໃນບັ້ນຮົບໂຮ່ຈິມິນປະຫວັດສາດ (1975).

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລີມ ຢືນຢັນວ່າ ບັນດາຜູ້ແທນທີ່ເຂົ້າຮ່ວມບັ້ນຮົບໂຮ່ຈິມິນ ແມ່ນຕົວແທນໃຫ້ບັນດານັກວິລະຊົນຂອງຊາດທີ່ໄດ້ຮັບຄວາມເຄົາລົບນັບຖືຈາກເພື່ອນມິດໃນທົ່ວໂລກ. ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ: ໄຊຊະນະອັນຍິ່ງໃຫຍ່ເມື່ອວັນທີ 30 ເມສາປີ 1975 ແມ່ນສັນຍາລັກແຫ່ງຄວາມອົງອາດກ້າແກ່ນເພື່ອຄວາມເປັນເອກະລາດ, ສັນຕິພາບ, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານເລຂາທິການໃຫຍ່ໂຕເລີມໃຫ້ຮູ້ວ່າ:

“ຄົນລຸ່ນປັດຈຸບັນ ແລະ ອະນາຄົດ ຮູ້ບຸນຄຸນ ແລະ ຈາລຶກຕຸນງາມຄວາມດີຂອງພັກ, ຂອງລຸງໂຮ່, ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ປະຊາຊົນທຸກຊັ້ນວັນນະ, ໃນນັ້ນມີບັນດານາຍພົນ, ນັກວິລະຊົນຂອງກອງທັບ ແລະ ຕຳຫຼວດປະຊາຊົນ, ຊາວໜຸ່ມຕະລຸ່ມບອນ, ຊາວໜຸ່ມອາສາສະໝັກ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.