ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ໂຕ​ເລີມ ກ່າວ​ຄຳ​ເຫັນ​ທີ່ມ​ະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງຊາດ ສິງ​ກະ​ໂປ

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ໂຕ​ເລີມ ກ່າວ​ຄຳ​ເຫັນ​ທີ່ມ​ະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງຊາດ ສິງ​ກະ​ໂປ

(VOVWORLD) - ທ່ານເລຂາທິການໃຫ່ຍ ໂຕເລີມ ໃຫ້ຮູ້ວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຈຸດເວລາປະຫວັດສາດໃໝ່ ຕັດສິນໃຈກ້າວເຂົ້າສູ່ສັງກາດໃໝ່-ສັງກາດພັດທະນາວັດທະນາຖາວອນຂອງ ປຊຊ.

(ທ່ານເລຂາທິການໃຫ່ຍ ໂຕເລີມ ກ່າວຄຳເຫັນທີ່ໂຮງຮຽນນະໂຍບາຍລັດ ຫຼີກວາງຢຽວ, ທີ່ມະຫາວິທະຍາໄລແຫ່ງຊາດ ສິງກະໂປ)

  ສອງປະເທດ ຫວຽດນາມ-ສິງກະໂປ ຈະພ້ອມກັນສ້າງຜົນສຳເລັດຂອງ ອາຊີຕາເວັນອອກສ່ຽງໃຕ້ ໃນສັດຕະວັດທີ 21- ອາຊີຕາເວັນອອກສ່ຽງໃຕ້ ທີ່ມີການປ່ຽນແປງຢ່າງບໍ່ຢຸດຢັ້ງ, ສ້າງຄວາມເຂັ້ມແຂວງດ້ວຍຕົນເອງດ້ານເສດຖະກິດ ແລະ ເຕັກໂນໂລຊີ ແລະ ພັດທະນາແບບຍືນຍົງ ເພື່ອຄວາມຜາສຸກຂອງ ປຊຊ. ທ່ານເລຂາທິການໃຫ່ຍ ໂຕເລີມ ໄດ້ເນັ້ນໜັກຄືແນວນັ້ນໃນບົດກ່າວປາໄສດ້ວຍຫົວເລື່ອງ “ນະໂຍບາຍພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນຂອງ ຫວຽດນາມ ໃນສັງກາດໃໝ່ ແລະ ໂອກາດຮ່ວມມື ຫວຽດນາມ-ສິງກະໂປ” ຢູ່ໂຮງຮຽນນະໂຍບາຍລັດ ຫຼີກວາງຢຽວ, ທີ່ມະຫາວິທະຍາໄລແຫ່ງຊາດ ສິງກະໂປ (NUS) ເມືອຕອນບ່າຍວັນທີ 12 ກຸມພາ.

   ທ່ານເລຂາທິການໃຫ່ຍ ໂຕເລີມ ໃຫ້ຮູ້ວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຈຸດເວລາປະຫວັດສາດໃໝ່ ຕັດສິນໃຈກ້າວເຂົ້າສູ່ສັງກາດໃໝ່-ສັງກາດພັດທະນາວັດທະນາຖາວອນຂອງ ປຊຊ.

    ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫ່ຍ ໂຕເລີມ ໄດ້ຕອບຄຳຖາມໂດຍກົງຂອງບັນດານັກສຶກສາ ມະຫາວິທະຍາໄລແຫ່ງຊາດ ສິງກະໂປ.

This site is protected by reCAPTCHA and the Google Privacy Policy and Terms of Service apply.