ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ - ການ​ນຳ​ຜູ້ມີ​ຄວາມ​ຢືດ​ໝັ້ນ, ປະ​ດິດ​ຄິ​ດ​ສ້າງ​ຂອງ​ພັກ ແລະ ການ​ປະ​ຕິ​ວັດ ຫວຽດ​ນາມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ - ການ​ນຳ​ຜູ້ມີ​ຄວາມ​ຢືດ​ໝັ້ນ, ປະ​ດິດ​ຄິ​ດ​ສ້າງ​ຂອງ​ພັກ ແລະ ການ​ປະ​ຕິ​ວັດ ຫວຽດ​ນາມ

(VOVWORLD) - ໂດຍມຸ່ງໄປເຖິງການສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ (01/07/1915 – 01/07/2025), ຕອນເຊົ້າວັນທີ 26 ມິຖຸນາ, ຢູ່ແຂວງ ຮຶງອຽນ (ລວມມີ ແຂວງ ຮຶງອຽນ ແລະ ຖາຍບິ່ງ ເກົ່າ), ໄດ້ດຳເນີນກອງປະຊຸມສໍາມະນາວິທະຍາສາດດ້ວຍຫົວຂໍ້: “ສະຫາຍ ຫງວຽນວັນລິງ - ການນຳຜູ້ມີຄວາມຢືດໝັ້ນ, ປະດິດຄິດສ້າງຂອງພັກ ແລະ ການປະຕິວັດ ຫວຽດນາມ”.

ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນຖັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ (ພາບ: VOV)

ເມື່ອກ່າວຄຳເຫັນໃນກອງປະຊຸມສຳມະນາ, ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນຖັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ໄດ້ຫວນຄືນບັນດາຂີດໝາຍໃນໄລຍະປະຕິບັດງານ, ເຄື່ອນໄຫວການປະຕິວັດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ນັບແຕ່ປີ 1929 ເມື່ອທ່ານເຂົ້າຮ່ວມການປະຕິວັດ ຈົນຮອດປີ 1986 ເມື່ອທ່ານໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນຖັງ ເນັ້ນໜັກວ່າ:

        “ໂດຍຮັບດຳລົງຫຼາຍຕຳແໜ່ງສຳຄັນທີ່ແຕກຕ່າງກັນ, ແຕ່ບໍ່ວ່າຢູ່ໃນຖານະຕຳແໜ່ງໃດ, ສະຫາຍ ຫງວຽນວັນລິງ ກໍມີຄວາມຢຶດໝັ້ນກັບເປົ້າໝາຍອຸດົມການທີ່ໄດ້ເລືອກ, ຍາມໃດກໍຖືຜົນປະໂຫຍດຂອງຊາດ, ຂອງປະຊາຊົນເໜືອກວ່າສິ່ງໃດໝົດ - ເປັນແບບຢ່າງອັນໃສແຈ້ງກ່ຽວກັບຄຸນສົມບັດສິນທຳປະຕິວັດ, ປະຢັດມັດທະຍັດ, ຊື່ກົງບໍລິສຸດ, ຖືຜົນປະໂຫຍດສ່ວນລວມເໜືອກວ່າຜົນປະໂຫຍດສ່ວນຕົວ. ເກືອບ 70 ປີ ທີ່ເຂົ້າຮ່ວມການເຄື່ອນໄຫວປະຕິວັດ, ຊີວິດ ແລະ ພາລະກິດຂອງສະຫາຍເລຂາທິການໃຫຍ່ ຫງວຽນວັນລິງ ໄດ້ຕິດພັນກັບບັນດາໜ້າປະຫວັດສາດທີ່ສະຫງ່າອົງອາດຂອງພັກ ແລະ ຂອງຊາດ ດ້ວຍພາລະກິດການປ່ຽນແປງໃໝ່ປະເທດຊາດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.