ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລີມ: ບໍ່​ປະ​ໃຫ້​ເກີດ​ສະ​ພາບ​ການ​ຊັກ​ຊ້າ​ໃນ​ການ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາ​ຍ​ຂອງ​ພັກ​ເປັນ​ລະ​ບອບ​ລະ​ບຽບ​ການ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລີມ: ບໍ່​ປະ​ໃຫ້​ເກີດ​ສະ​ພາບ​ການ​ຊັກ​ຊ້າ​ໃນ​ການ​ຫັນ​ບັນ​ດາ​ແຜນ​ນະ​ໂຍ​ບາ​ຍ​ຂອງ​ພັກ​ເປັນ​ລະ​ບອບ​ລະ​ບຽບ​ການ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຄະນະພັກສະພາແຫ່ງຊາດ ສືບຕໍ່ຊີ້ນຳນຳພາ, ເຊື່ອມຊືມ ແລະ ຜັນຂະຫຍາຍປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງມີໄຊ.

ທ່ານໂຕເລິມ ເລຂາທິການໃຫຍ່ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV1)

ຕອນບ່າຍວັນທີ 31 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານໂຕເລິມ ເລຂາທິການໃຫຍ່, ຫົວໜ້າຄະນະກວດກາເລກ 10 ຂອງກົມການເມືອງ ໄດ້ເປັນປະທານການເຮັດວຽກຮັບຮອງເອົາຮ່າງບົດລາຍງານຕິດຕາມກວດກກາບັ້ນທີ 1 ແລະ ຜັນຂະຫຍາຍຂໍ້ຕົກລົງກວດກກາບັ້ນທີ 2 ຂອງກົມການເມືອງ ຕໍ່ຄະນະປະຈຳຄະນະພັກສະພາແຫ່ງຊາດ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຄະນະພັກສະພາແຫ່ງຊາດ ສືບຕໍ່ຊີ້ນຳນຳພາ, ເຊື່ອມຊືມ ແລະ ຜັນຂະຫຍາຍປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງມີໄຊ, ກຳນົດຢ່າງຈະແຈ້ງວ່ານີ້ແມ່ນວຽກງານເປັນປະຈຳໃນຕະຫຼອດອາຍຸການ; ການຜັນຂະຫຍາຍຕ້ອງຕິດພັນກັບແຕ່ລະໂຄງການ, ແຜນການປະຕິບັດງານ, ແຕ່ລະນະໂຍບາຍຊີ້ຂາດລະອຽດ, ແຕ່ລະໝາກຜົນຂອງການປະຕິບັດ, ຮັບປະກັນມະຕິຕ້ອງເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ. ທ່ານເລຂາທິການໃຫຍ່ໂຕເລິມ ເນັ້ນໜັກວ່າ:

ຕ້ອງຫັນຜົນສຳເລັດຂອງການເລືອກຕັ້ງກາຍເປັນຄວາມຮັບຜິດຊອບ ແລະ ການກະທຳລະອຽດຂອງສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດໃນອາຍຸການຊຸດທີ XVI. ບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງພັກຕ້ອງໄດ້ຫັນປ່ຽນກາຍເປັນບັນດາໂຄງການກໍ່ສ້າງກົດໝາຍ, ບັນດາມະຕິລະອຽດ, ມີຄວາມເປັນໄປໄດ້ສູງ, ບໍ່ປະໃຫ້ເກີດສະພາບການປະຕິບັດການຫັນບັນດາແຜນນະໂຍບາຍຂອງພັກເປັນລະບອບລະບຽບການຢ່າງຊັກຊ້າ, ບໍ່ປະໃຫ້ລະບອບລະບຽບການກາຍເປັນຈຸດອຸດຕັນຂອງການພັດທະນາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.