ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ຈະ​ໄປ​ໄວ້​ອາ​ໄລ​ທ່ານ​ອະ​ດີດ​ປະ​ທານ​​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ອະ​ດີ​ດປະ​ທານ​ປະ​ເທດ ລາວ ຄຳ​ໄຕ ສີ​ພັນ​ດອນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ຈະ​ໄປ​ໄວ້​ອາ​ໄລ​ທ່ານ​ອະ​ດີດ​ປະ​ທານ​​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ອະ​ດີ​ດປະ​ທານ​ປະ​ເທດ ລາວ ຄຳ​ໄຕ ສີ​ພັນ​ດອນ

(VOVWORLD) - ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ຈະນຳໜ້າຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ໄປໄວ້ອາໄລທ່ານອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ ລາວ ຄຳໄຕ ສີພັນດອນ.

ທ່ານອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ ລາວ ຄຳໄຕ ສີພັນດອນ (ພາບ: VOV)

ວັນທີ 3 ເມສາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ຈະນຳໜ້າຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ໄປໄວ້ອາໄລທ່ານອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ ລາວ ຄຳໄຕ ສີພັນດອນ. ກ່ອນໜ້ານັ້ນ, ໃນວັນທີ 2 ເມສາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ລັດຖະບານ, ສະພາແຫ່ງຊາດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ໄປຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ.ລາວ, ລັດຖະບານ ສປປ.ລາວ, ສະພາແຫ່ງຊາດສປປ.ລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.