ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ​ຢູ່ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ​ຢູ່ ລາວ

(VOVWORLD) - ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາວ ໃນວັນທີ 05 ກຸມພາ 2026.

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງສປປ. ລາວ ແລະ ທ່ານ  ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນວັນທີ 26/1/2026 (ພາບ: VGP)

ວັນທີ 30 ມັງກອນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງສປປ. ລາວ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາວ. ການຢ້ຽມຢາມຈະດຳເນີນໃນວັນທີ 05 ກຸມພາ 2026.

This site is protected by reCAPTCHA and the Google Privacy Policy and Terms of Service apply.