ຂ່າວເດັ່ນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເຫຼົ່າ​ຮົບ​ລົດ​ຫຸ້ມ​ເກາະ ຕ້ອງ​ເປັນ​ກຳ​ລັງຫຼວງ, ຍອດ​ຢ້ຽມ ແລະ ທັນ​ສະ​ໄໝ ຢ່າງ​ແທ້​ຈິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເຫຼົ່າ​ຮົບ​ລົດ​ຫຸ້ມ​ເກາະ ຕ້ອງ​ເປັນ​ກຳ​ລັງຫຼວງ, ຍອດ​ຢ້ຽມ ແລະ ທັນ​ສະ​ໄໝ ຢ່າງ​ແທ້​ຈິງ

(VOVWORLD) - ໃນໄລຍະປະຕິວັດໃໝ່, ເຫຼົ່າຮົບລົດຫຸ້ມເກາະຕ້ອງມານະພະຍາຍາມສູ້ຊົນ, ພ້ອມກັບທົ່ວກອງທັບຍາດແຍ່ງທຸກກາລະໂອກາດ ເພື່ອຍົກສູງຄຸນນະພາບສັງລວມ, ລະດັບຄວາມຮູ້ຄວາມສາມາດກຽມພ້ອມສູ້ຮົບຢ່າງບໍ່ຢຸດຢັ້ງ, ເປັນກຳລັງປະຕິວັດ, ກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ປະຕິບັດສຳເລັດໜ້າທີ່ໄດ້ຮັບການມອບໝາຍ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ຕອນບ່າຍວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ, ໄດ້ລົງຢ້ຽມຢາມ ແລະ ກວດກາສະພາບການຕົວຈິງຢູ່ ກອງພົນນ້ອຍລົດຖັງ 201 - ເຫຼົ່າຮົບລົດຫຸ້ມເກາະ.

ທ່ານເລຂາທິການໃຫຍ່ ໂຕເລິມ ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບກອງພົນນ້ອຍ ລົດຖັງ 201 (ພາບ:VOV)

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ ໃນໄລຍະປະຕິວັດໃໝ່, ເຫຼົ່າຮົບລົດຫຸ້ມເກາະຕ້ອງມານະພະຍາຍາມສູ້ຊົນ, ພ້ອມກັບທົ່ວກອງທັບຍາດແຍ່ງທຸກກາລະໂອກາດ ເພື່ອຍົກສູງຄຸນນະພາບສັງລວມ, ລະດັບຄວາມຮູ້ຄວາມສາມາດກຽມພ້ອມສູ້ຮົບຢ່າງບໍ່ຢຸດຢັ້ງ, ເປັນກຳລັງປະຕິວັດ, ກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ປະຕິບັດສຳເລັດໜ້າທີ່ໄດ້ຮັບການມອບໝາຍ. ເຫຼົ່າຮົບລົດຫຸ້ມເກາະ ຕ້ອງສົມເປັນກຳລັງບຸກທະລຸຢ່າງແຮງ ຂອງທະຫານບົກກອງທັບປະຊາຊົນ ຫວຽດນາມ ຢ່າງແທ້ຈິງ. ຕ້ອງຖືເປັນສຳຄັນການຝຶກຊ້ອມໃຫ້ຄົບຊຸດ, ລົງເລິກຕາມທິດທັນສະໄໝ, ນຳໃຊ້ ຍຸດໂທປະກອນ, ເຕັກນິກໃໝ່ຢ່າງຊຳນານງານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.